ປະທານາທິບໍດີສ.ເຊັກໂກແລະພັນລະຍາສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ

(VOVWORLD) -ວັນທີ 08 ມິຖຸນາ, ທ່ານປະທານາທິບໍດີສ.ເຊັກໂກ Milos Zeman ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ
ປະທານາທິບໍດີສ.ເຊັກໂກແລະພັນລະຍາສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1 (ພາບປະກອບ)

 ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີສ.ເຊັກໂກ ໄດ້ເຈລະຈາກັບທ່ານປະທານປະເທດເຈີນດ້າຍກວາງ ແລະ ມີການພົບປະກັບສື່ມວນຊົນ; ພົບປະເຈລະຕາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ພົບປະກັບທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ; ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ສ.ເຊັກໂກ… ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ລົງນາມສັນຍາ ແລະ ບົດບັນທຶກຊ່ວຍຈຳສຳຄັນຫຼາຍສະບັບ. 2 ຝ່າຍໄດ້ເຫັນດີຊຸກຍູ້ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ກະສິກຳ, ວິທະຍາສາດ - ເຕັກໂນໂລຊີ, ສິງແວດລ້ອມ…, ເຫັນດີຮ່ວມມືຊຸກຍູ້, ປົກປ້ອງສິດທິມະນຸດ;  ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພທາງທະເລ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ