ປະທານາທິບໍດີສ.ໂອຕລິດ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງຈົບງາມ

ປະທານາທິບໍດີສ.ໂອຕລິດ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງຈົບງາມ - ảnh 1
( ​ທ່ານ​ປະທານ​ປະ​ເທດ Truong Tan Sang ແລະ
ທ່ານປະທານາທິບໍດີ​ສ.​ໂອ​ຕລິດ )


( vovworld ) -   ວັນ​ທີ 31/5, ທ່ານປະທານາທິບໍດີ​ສ.​ໂອ​ຕລິດ Heinz Fischer ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​​ໂຮ່ຈິ​ມິນ ສິ້ນສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ທາງ​ການ​ຢ່າງ​ຈົບງາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang. ​ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ຫວຽດນາມ ຢ່າງ​​ເປັນ​ທາງ​ການ, ທ່ານປະທານາທິບໍດີ​ Heinz Fischer ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang, ​ເຂົ້າຢ້ຽມຄຳນັລທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ​ໂອ້​ລົມກັບ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ທ່ານປະທານາທິບໍດີ​ Heinz Fischer ພ້ອມ​ກັບ​ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ໂອ​ຕລິດ. ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານປະທານາທິບໍດີ​ Heinz Fischer, ຫວຽດນາມ ​ແລະ ​ໂອ​ຕລິດ ​ໄດ້​ລົງ​ນາມ​ໃນ​ບັນດາ​ເອກະສານຮ່ວມ​ມື​ຄື: ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ, ການ​ຄ້າ ​ແລະ ພະລັງງານ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ກັບ ຫ້ອງການ​ເສດຖະກິດ​ສ.ໂອຕ​ລິດ, ພ້ອມ​ກັບ​ບາງເອກະສານ​​​ຂອງ​​ໂຄງການ ODA ​ໂດຍໂອ​ຕລິດ ​ອຸປະຖຳ​​ໃຫ້​ແກ່​ຂົງ​ເຂດ​ສາທາລະນະ​ສຸກ, ປ້ອງ​ກັນ ​ແລະ​ຕ້ານ​ອັກຄີ​ໄພ ​ແລະ ບຳລຸງ​ສ້າງວິຊາ​ຊີບ. ທີ່​ບັນດາ​ການ​ພົບ​ປະ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ຢູ່​ບັນດາ​ອົງການຈັດ​ຕັ້ງ​ສາກົນ​ໃຫຍ່, ​ໂດຍ​ສະ​ເພາະ​ແມ່ນ​ສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ໄດ້​ຢືນຢັນ​ເພີ່ມ​ທະວີການ​ແລກປ່ຽນ​ຄະນະຜູ້ແທນ ​ແລະ ​ພົບປະ​ຂັ້ນ​ສູງ ​ເພື່ອ​ແນ​ໃສ່​ຊີ້ກຳນົດທິດ​ ​ແລະ ສ້າງ​ທ່ວງທ່າໃຫ້​ການ​ພົວພັນ​ຮ່ວມ​ມືຮ່ວມ​ມື​ສອງ​ຝ່າຍ​ພັດທະນາ, ຈັດ​ຕັ້ງ​ບັນດາ​ການ​ເຄື່​ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​​ເປັນ​ຢ່າງ​ດີ ​ເຊິ່ງຈະ​ດຳ​ເນີນ​ແຕ່​ນີ້​ຮອດ​ທ້າຍ​ປີ 2012 ຢູ່​ຫວຽ​ດນາມ ​ແລະ ​ໂອ​ຕລິດ.

ຂ່າວ/ບົດ​ອື່ນ