ປະທານາທິບໍດີສ.ໄອແລນOlafurRagnarGrimssonສິ້ນສຸດການຢ້ຽມຢາມຫວຽດນາມ

ປະທານາທິບໍດີສ.ໄອແລນOlafurRagnarGrimssonສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1'
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ່ນ​ຊາງ ແລະ
ທ່ານ​ປະທານາທິບໍດີ​ Olafur Ragnar Grimsson)


(vovworld) – ​​ຕອນ​ບ່າຍ​ວັນ​ທີ 6/11, ທ່ານ​ປະທານາທິບໍດີ​ ສາທາລະນະ​ລັດ ​ໄອ​ແລນ Olafur Ragnar Grimsson ສິ້ນ​ສຸດ​ການ​ຢ້ຽ​ມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 3 – 6/11/2015. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ Olafur Ragnar Grimsson ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ່ນ​ຊາງ; ​ເຂົ້າ​ຢ້ຽ​ມຂ່ຳນັບ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີ໋ນຢຸງ. ທ່ີ່ການ​ເຈລະຈາ, ພົບ​ປະ​ແລກປ່ຽນ​ຄຳ​ເຫັນ, 2 ຝ່າຍ​ສະ​ແດງ​ຄວາ​ມຫວັງ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ​ໄອ​ແລນ ຈະ​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ພັດທະນາ​ເຂັ້ມ​ແຂງ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, 2 ຝ່າຍ​ໄດ້​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ຄວາ​ມຮ້ອນ​ຈາກ​​ໃຕ້​ດິນ, ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແລະ ມະຫາວິທະຍາ​ໄລ ​ໄຣ​ເກີ​ຢາ​ວິກ.

ຂ່າວ/ບົດ​ອື່ນ