ປະທານາທິບໍດີອີຕາລີSergioMattarellaຈະຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ

ປະທານາທິບໍດີອີຕາລີSergioMattarellaຈະຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella
(ພາບ:nguyentandung.org )

(vovworld) – ​ທ່ານ​ປະທານາທິບໍດີ ອີ​ຕາ​ລີ Sergio Mattarella ​ໄດ້​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 5 – 8/11. ນີ້​ແມ່ນ​ການຢ້ຽມຢາມ​ ຫວຽດນາມ ເປັນຄັ້ງ​ທຳ​ອິດຂອງປະທານາທິບໍດີ ອີ​ຕາ​ລີ. ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​​​ທຳ​ອິດ​ຂອງທ່ານ​ປະທາ​ນາ​ທິບໍດີ ອີ​ຕາ​ລີ ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ຮ່ວມ​ມື​ດ້ານເສດຖະກິດ ​ແລະ ການ​ສຶກສາລະ​ຫວ່າງ 2 ປະ​ເທດ. ທ່ານ​ປະທານາທິບໍດີ Sergio Mattarella ກໍ່ຈະ​​ລົງ​ນາມ​​ໃນໂຄງການ​ດຳ​ເນີນ​ງານ 2 ຝ່າຍ ຫວຽດນາມ - ອີ​ຕາ​ລີ. ນອກ​ຈາກການ​ຢ້ຽ​ມຢາມ​ເປັນ​ທາງ​ການ​ຢູ່ ຮ່າ​ໂນ້ຍ ​ແລ້ວ ທ່ານ​ປະທານາທິບໍດີ Sergio Mattarella ຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເສດຖະກິດ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມືບາງ​ສະບັບ ​ໃນ​ນັ້ນ​ມີ 3 ຂໍ້​ຕົກລົງກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການ​ສຶກສາລະ​ຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ