ປະທານາທິບໍດີອີຕາລີSergioMattarellaເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ

ປະທານາທິບໍດີອີຕາລີSergioMattarellaເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
ທ່ານປະທານາທິບໍດີ ສ.ອີ​ຕາ​ລີ Sergio Mattarella
(ພາບ: Reuters)

(vovworld) – ​ ​ ​ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ່ນ​ຊາງ. ວັນທີ 6/11, ທ່ານປະທານາທິບໍດີ ສ.ອີ​ຕາ​ລີ Sergio Mattarella ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ປະທານາທິບໍດີ ອີ​ຕາ​ລີ ມາ ຫວຽດນາມ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ການ​ພົວພັນ​ຕ່າງປະ​ເທດ, ​ເສດ​ຖະກິດ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ການທ່ອງທ່ຽວ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ລົງທຶນ​ເຂົ້າ ​ຫວຽດນາມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ອົງການ​ຈັດ​ຕັ້ງ​ສາກົນ ຊຶ່ງ 2 ປະ​ເທດ​ເປັນ​ສະມາຊິກ; ພ້ອມ​ທັງ ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ​​ພາກ​ພື້ນ​ທີ່ 2 ຝ່າຍມີ​ຄວາມ​ສົນ​ໃຈ.

 

ຂ່າວ/ບົດ​ອື່ນ