ປະທານາທິບໍດີອີນໂດເນເຊຍ ຢ້ຽມຢາມລາວ ຢ່າງເປັນທາງການ

ປະທານາທິບໍດີອີນໂດເນເຊຍ ຢ້ຽມຢາມລາວ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ​ສ.ອີນ​ໂດ​ເນ​ເຊຍ
ຢ້ຽມ​ຢ້າມທາງ​ລັດຖະກິດສປປ ລາວ ຢ່າງ​ເປັນ​ທາງ​ການ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 4/11, ທ່ານ​ປະທານາທິບໍດີ​ສ.ອີນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ໄດ້​​ເດີນທາງ​ມານະ​ຄອນ​ຫຼວງ​ວຽງ​ຈັນ ຢ້ຽມ​ຢ້າມທາງ​ລັດຖະກິດສປປ ລາວ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (ASEM 9) ​ເຊິ່ງດຳ​ເນີນ​ໄປ​ໃນ​ເວລາ 2 ວັນ ​ແຕ່​ວັນ​ທີ 5 – 6/11. ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່​ສປປ ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ​ທ່ານ​ປະທານ​ນາ​ທິບໍດີ Yudhoyono. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ​ໃນ​ປີ 1975. ​ໃນ​ໄລຍະ​ຜ່ານ​ມາ, ການ​ນຳ​ສອງ​ປະ​ເທດ​ໄດ້ມີ​ການ​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ​ແລະ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ກໍ​ຄື​ການ​ສະໜັບສະໜູນ,​ ໜູນ​ຊ່ວຍ​ສອງ​ຝ່າຍ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ບາງ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ. ການ​ນຳ​ສອງ​ປະ​ເທດ​​ໄດ້​​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ອີນ​ໂດ​ເນ​ເຊຍ.

ຂ່າວ/ບົດ​ອື່ນ