ປະທານາທິບໍດີອິນໂດເນເຊຍຈັດພິທີຕ້ອນຮັບທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ່າງສົມກຽດ

(VOVWORLD) -ຕອນເຊົ້າວັນທີ 23 ສິງຫາ, ທີ່ນະຄອນຫຼວງ ຈາກາຕາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢ່າງເປັນທາງການ, ໃນລະຫວ່າງວັນທີ 22 – 24 ສິງຫາ, ໄດ້ຖືກຈັດຂຶ້ນຢ່າງສົມກຽດ.

ປະທານາທິບໍດີອິນໂດເນເຊຍຈັດພິທີຕ້ອນຮັບທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ່າງສົມກຽດ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ

Joko Widodo ໄດ້ດຳເນີນການເຈລະຈາຂັ້ນສູງ)

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ດຳເນີນການເຈລະຈາຂັ້ນສູງ.

        ທີ່ການເຈລະຈາ, ການນຳ 2 ທ່ານໄດ້ເຫັນດີນຳກັນໂດຍຖືວ່າ, ການຢ້ຽມຢາມແມ່ນເຫດການມີຄວາມໝາຍປະຫວັດສາດ, ເປັນຂີດໝາຍສຳຄັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ການນຳ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີນຳກັນກ່ຽວກັບບັນດາທິດທາງ ແລະ ມາດຕະການເພື່ອແນໃສ່ຊຸກຍູ້ຢ່າງຮອບດ້ານ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ; ສືບຕໍ່ຮັກສາບັນດາການຢ້ຽມຢາມ, ເພີ່ມທະວີການພົບປະຢູ່ທຸກຂັ້ນເປັນປະຈຳ. ການນຳ 2 ທ່ານໄດ້ຕີລາຄາສູງ ແລະ ຖືວ່າ, ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ແມ່ນເສົາຄ້ຳຮ່ວມມືມີຄວາມສຳຄັນຍິ່ງໃນປະຈຸບັນຄວນໄດ້ຮັບການເພີ່ມທະວີ. ບົນພື້ນຖານນັ້ນ, 2 ຝ່າຍໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນນຳກັນໃນບັນຫາຕ້ານການກໍ່ການຮ້າຍ, ຄ້າຂາຍມະນຸດ, ຢາເສບຕິດ ແລະ ອາດຊະຍາກຳຂ້າມຊາດ; ຕັ້ງໜ້າຍູ້ແຮງ ແລະ ສິ້ນສຸດການເຈລະຈາກ່ຽວກັບການຈັດແບ່ງ, ຂີດຂັ້ນເຂດເສດຖະກິດພິເສດ, ກ້າວໄປເຖິງມາດຕະການແກ້ໄຂໂດຍສັງເຂບ…

        ການນຳ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບຫຼັກໝັ້ນ ແລະ ການກະທຳໃນເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນ ອາຊຽນ, ອາແຊມ, ເອເປັກ…

        ພາຍຫຼັງສິ້ນສຸດການເຈລະຈາຂັ້ນສູງ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ. ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ມີການປະຊຸມຂ່າວໃນທັນທີພາຍຫຼັງພິທີລົງນາມ. 2 ຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນແຫ່ງການເຈລະຈາລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ