ປະທານາທິບໍດີອີຢີບ ປະຕິເສດຄຳຂາດຂອງ ກອງທັບ

ປະທານາທິບໍດີອີຢີບ ປະຕິເສດຄຳຂາດຂອງ ກອງທັບ - ảnh 1

ສະພາບ​ການ​ຢູ່​ອີ​ຢີບ

(ພາບ:baomoi.com)

(vovworld)- ວັນ​ທີ 2/7, ປະທານາທິບໍດີ​ອີ​ຢີບ Mohamed Morsi ​ໄດ້​ອອກ​ຖະ​ແຫລ​ງການປະຕິ​ເສດ​ຄຳ​ຂາດ​ຂອງ​ກອງທັບ ຊື່​ງຮຽກຮ້ອງ​ໃຫ້​ທ່ານ​ຕ້ອງ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ວິ​ກິດ​ການດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້ ພ້ອມ​ທັງ​ຢືນຢັນ​ຈະ​ປະຕິບັດ​ແຜນການ​ສະ​ເພາະ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ໄກ່​ເກ່ຍປອງ​ດອງ​ຊາດ. ​ໃນ​ຖະ​ແຫລ​ງການ, ທ່ານ Mohamed Morsi ຖື​ວ່າ: ຄຳ​ຂາດ​ຂອງ​ກອງທັບ ​ອາດ​ຈະ​​ເຮັດໃຫ້​​ສະພາບ​ໃນ​ປະຈຸ​ບັນສັບ​ສົນຂຶ້ນ​ຕື່ມ​. ກ່ອນ​ໜ້ານັ້ນ, ວັນ​ທີ 1/7, ກອງທັບ​ອີ​ຢີບ ​ໄດ້​ອອກ​ຄຳ​ຂາດ​ສຳລັບ​ປະທານາທິບໍດີ Mohamed Morsi ​ແລະ ບັນດາ​ພັກ​ການ​ເມືອງ ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ​ຕ້ອງ “ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ”. ກອງທັບ​ກໍ່​ຢືນຢັນ​ຈະ​ປະກາດ​ແຜນການ​ໃນ​ອະນາຄົດ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຕິດຕາ​ມກວດກາການ​ປະຕິບັດ​ແຜນການ​ນີ້​ໃນ​ກໍລະນີ​ບັນດາ​ຄຳ​ຮຽກຮ້ອງ​ດັ່ງກ່າວ​ບໍ່​ໄດ້​ຮັບ​ການ​ຕອບສະໜອງ.

ຂ່າວ/ບົດ​ອື່ນ