ປະທານາທິບໍດີອີຢິບ ເຂົ້າຮ່ວມກອງປະຊຸມຂັ້ນສູງ NAM ຢູ່ ອີຣານ

ປະທານາທິບໍດີອີຢິບ ເຂົ້າຮ່ວມກອງປະຊຸມຂັ້ນສູງ NAM  ຢູ່ ອີຣານ - ảnh 1
ທ່ານ​ປະທານາທິບໍດີ ອີ​ຢິບ Mohamed Morsi
(ພາບ: Getty Images)

(vovworld) – ສຳນັກ​ຂ່າວສານ MENA ​ຂອງອີ​ຢິບ ​ໄດ້​ອອກ​ຂ່າວ​ເມື່ອ​ວັນ​ທີ 18/8 ວ່າ: ທ່ານ​ປະທານາທິບໍດີ ອີ​ຢິບ Mohamed Morsi ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (ຫຼື NAM) ທີ່​ຖືກ​ຈັດ​ຂຶ້ນ​ໃນ​ທ້າ​ຍ​ເດືອນ​ນີ້​ຢູ່ ອີຣານ. ນີ້​ຈະ​​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ ປະທານາທິບໍດີ ອີ​ຢິບ ​​ເຖິງ ​ອີຣານ ນັບ​ແຕ່​ເມື່ອ ກາຍ​ໂຣ ຕັດ​ສາຍ​ພົວພັນ​ກັບ ​ເຕ​ເຮຣານກ່ອນ​ນີ້ກ່ວາ 30 ປີ. ທີ່​ກອງ​ປະຊຸມ​ດຳ​ເນີນ​​ໃນ​ເວລາ 2 ວັນ ຄື​ວັນ​ທີ 30, 31/8 ຢູ່ ​ເຕ​ເຮຣານ, ອີ​ຢິບ ຈະ​ມອບ​ໂອນ​ຕຳ​ແໜ່​ງປະທານ​ຜັດ​ປ່ຽນ​ກັນ NAM ​ໃຫ້​ແກ່ ອີຣານ.

ຂ່າວ/ບົດ​ອື່ນ