ປະທານາທິບໍດີອີຢີບ ໃຫ້ຄຳໝັ້ນສັນຍາ ຍຸບເລິກການປິດລ້ອມເຂດGaza

ປະທານາທິບໍດີອີຢີບ ໃຫ້ຄຳໝັ້ນສັນຍາ ຍຸບເລິກການປິດລ້ອມເຂດGaza - ảnh 1

(ພາບ:tienphong.vn)​

( vovworld ) – ​ປະທານາທິບໍດີ​ອີ​ຢີບ Mohamed Morsi ​ໄດ້​ໃຫ້​ຄຳໝັ້ນສັນຍາຈະ​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຍຸບ​ເລິກ​ການ​ປິດ​ລ້ອມ​ເຂດ​ກາຊາ ຊື່​ງ​ແມ່ນ​ເຂດ​ດິນ​ແດນ​ໂດຍ​ຂະ​ບວນການ​ອິດສະ​ລາມ Hamas ຂອງ Palestin ຄວບ​ຄຸມ. ຄຳ​ປະກາດ​ດັ່ງກ່າວ​​ໄດ້​ຍົກ​ອອກ​ມາ​ໃນ​ການ​ພົບ​ປະລະ​ຫວ່າງປະທານາທິບໍດີ​ອີ​ຢີບ Mohamed Morsi  ​ແລະ ຄະນະ​ຜູ້​ແທນຂະ​ບວນການ​ອິດສະ​ລາມ Hamas ຢູ່ Cairo ​ເມື່ອ​ວັນ​ທີ 19/7 ທີ່​ຜ່ານ​ມາ. ນີ້​ແມ່ນ​ການ​ພົບ​ປະ​ເປັນຄັ້ງທຳ​ອິດ​ລະຫວ່າງປະທານາທິບໍດີ​ອີ​ຢີບ  ​ແລະ ຂະ​ບວນການ​ອິດສະ​ລາມ Hamas ຂອງ Palestin ທີ່​ພວມຄວບ​ຄຸມ​ເຂດ​ Gaza. ​ໃນ​ການພົບປະ​ກັບ​ປະທານາທິບໍດີ Palesstin Mamoud Abbad ຢູ່ Cairo ກ່ອນ​ນີ້ 1 ວັນ, ປະທານາທິບໍດີ​ອີ​ຢີບ Mohamed Morsi ​ໄດ້​ຊຸກຍູ້​ຂະ​ບວນການ Hamas ຈົ່ງ​ປະຕິບັດ​ຂໍ້​ຕົກລົງ​ໄກ່​ເກ່ຍປອງ​ດອງ​ທີ່​ໄດ້​ເຊັນ​ກັບ​ຂະ​ບວນການ Fata ຂອງປະທານາທິບໍດີ Palesstin Mamoud Abbad . ຄະນະ​ຜູ້​ແທນ​ຂອງຂະ​ບວນການ Hamas ​ໄດ້​ເດີນທາງ​ໄປ Cairo ​ເພື່ອ​ເຂົ້າຮ່ວມ​ການ​ເຈລະຈາ​ໄກ່ເກ່ຍປອງ​ດອງ​ຊາດ ກັບຂະ​ບວນການ Fata ​ໂດຍ​ອີ​ຢີບ​ ເປັນກາງ.

 

ຂ່າວ/ບົດ​ອື່ນ