ປະທານາທິບໍດີອີຢີບຮຽກຮ້ອງ ການເຈລະຈາກັບຝ່າຍຄ້ານ

ປະທານາທິບໍດີອີຢີບຮຽກຮ້ອງ ການເຈລະຈາກັບຝ່າຍຄ້ານ - ảnh 1

ປະທານາທິບໍດີ​ອີ​ຢີບ

(ພາບ: Reuters)

(VOV)- ຕອນຄ່ຳວັນ 6/12, ກ່ອນທີ່ໄພອາດຈະເກີດວິກິດການການເມືອງ ທີ່ກ່ຽວຂ້ອງເຖິງຮ່າງ​ລັດຖະທຳ​ມະນູນ​ຈະ​ແຜ່​ລາມ​ອອກຢ່າງ​ກ້ວາງ​ຂວາງນັ້ນ, ປະ​ທາ​ນາ​ທິບໍດີ  Mohamed Morsi ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ກຳລັງ​ການ​ເມືອງ​ເຂົ້າຮ່ວມ​ການ​ເຈລຈາ​ໃນ​ວັນ​ທີ 8/12 ​ເພື່ອ​ແນ​ໃສ່​ຊອກ​ຫາມາດ​ຕະການ “ກອບ​ກູ້​ເອົາ​ປະ​ເທດ​ຊາດ“ ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ຂໍ້​ຕົກລົງ​ຄື: ຮັກສາ​ສະພາ Shura (ສະພາສູງ) ກໍ່​ຄືຂັ້ນຕອນ​ໄປ​ຂອງການ​ລົງ​ປະຊາ​ມະຕິ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Mohamed Morsi ຍັງ​ປະກາດ​ວ່າການ​ລົງປະຊາ​ມະຕິ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນຍັງ​ຈະ​ດຳ​ເນີນ​ໄປ​ຕາມ​ແຜນການ​​ໃນວັນ​ທີ 15/12 ຈະ​ມາ​ເຖິງ. ພາຍຫຼັງ​ຄຳ​ປະກາດນີ້, ຂະ​ບວນການ “ວັນ​ທີ 6/4“ ຊື່​ງ​ແມ່ນ​ກຳລັງ​ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ແຫ່​ຂະ​ບວນປະ​ທ້​ວງຄັ້ງຕ່າງໆ​ໃນ 2 ອາທິດ​ຜ່ານ​ມາ ​ໄດ້​ປະກາດ​ປະຕິ​ເສດ​ຂໍ້​ສະ​ເໜີ​ດັ່ງກ່າວ​ຂອງ​ປະທານາທິບໍດີ ພ້ອມ​ທັງ​ຮຽກຮ້ອງ​​ໃຫ້​ຈັດຕັ້ງການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃໝ່​ທີ່​ມີ​ຊື່ວ່າ “ບັດ​ແດງ“ ​ໃນ​ວັນ​ທີ 7/12.

 

 

ຂ່າວ/ບົດ​ອື່ນ