ປະທານາທິບໍດີອີຣານ ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງບັນລຸໄດ້ຂໍ້ຕົກລົງນິວເຄຼຍ

ປະທານາທິບໍດີອີຣານ ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງບັນລຸໄດ້ຂໍ້ຕົກລົງນິວເຄຼຍ - ảnh 1
ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani
(ພາບ: Patdollard)


(vovworld) – ວັນ​ທີ 21/03, ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ແງ່​ຫວັງ​ບັນລຸ​ໄດ້​ຂໍ້​ຕົກລົງ​​ໃຫ້​ແກ່​ໂຄງການນິວ​ເຄຼຍຂອງ​ປະ​ເທດ​ນີ້, ​​​​ເຖິງ​ວ່າ ຍ້ອມ​ຮັບ​ຍັງມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ເຈລະຈາ​ນິວ​ເຄຼຍ ກັບ​ຝ່າຍ​ຕ​າເວັນ​ຕົ​ກ. ກ່າວ​ຄຳ​ເຫັນ​​ໃນ​ການ​ຢ້ຽມຢາມສູນຟື້ນ​ຟູ​ສຸຂະພາບ​ໃຫ້​ບັນດາ​ທະຫານ​ບາດ​ເຈັບ, ທ່ານ​ປະທານາທິບໍດີ Hassan Rouhani ຊີ້​ແຈ້​ງວ່າ “ຂ້າພະ​ເຂົ້າ​ເຊື່ອ​ໝັ້ນ​ວ່າ​ ອາດ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ ​ແລະ ບໍ່​ມີ​ຫຍັງ​ທີ່​ບໍ່​ສາມາດ​ແກ້​ໄຂ​ໄດ້. ຄຳ​ຕັດສິນ​ສຸດ​ທ້າຍ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ອອກ​ມາ”. ການ​ນຳ​ອີຣານ ຖື​ວ່າ, ​ເລື່ອງ​ເຕ​ເຣຣານ ​ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ບັນລຸ​ໄດ້ຄວາມ​ເປ​ັນ​ເອກະ​ພາບ​ໃນ​ບາງ​ຂົງ​ເຂດ ​ເຊິ່ງ​ເຄີຍ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ​ໃນ​ເມື່ອ​ກ່ອນ ອາດ​ຈະ​ເປັນ​ພື້ນຖານ​ໃຫ້​ຂໍ້​ຕົກລົງ​ສຸດ​ທ້າ​ຍ.

      ຄາດ​ວ່າ, ອີຣານ ​ແລະ P5+1 ຈະ​ເລີ່​ມດຳ​ເນີນ​ການ​ເຈລະຈາ​ໃນ​ວັນ​ທີ 26/03 ຈະ​ມາ​ເຖິງ, ກ່ອນ​ທີ່​ການກຳ​ນົດ​ເວ​ລາ​ໃກ້​ຈະ​ໝົດ​ເພື່ອ​ໃຫ້​ບັນດາ​ຝ່າຍ​ບັນລຸ​ໄດ້​​ຂໍ້​ຕົກລົງ​ແມ່.

ຂ່າວ/ບົດ​ອື່ນ