ປະທານາທິບໍດີອີຣານຮັກສາຄຳຕັດສິນໃນການເຊັນຂໍ້ຕົກລົງນິວເຄຼຍກັບຝ່າຍຕາເວັນຕົກ

ປະທານາທິບໍດີອີຣານຮັກສາຄຳຕັດສິນໃນການເຊັນຂໍ້ຕົກລົງນິວເຄຼຍກັບຝ່າຍຕາເວັນຕົກ - ảnh 1
ທ່ານ​ປະທານາທິບໍດີ ອີຣານ Hassan Rouhani
(ພາບ: AFP/TTXVN)


(vovworld) – ວັນ​ທີ 7/1, ທ່ານ​ປະທານາທິບໍດີ ອີຣານ Hassan Rouhani ​ໄດ້​ຮັກສາ​ຄຳ​ຕັດສິນ​ໃນ​ການ​ເຊັນ​ຂໍ້​ຕົກລົງ​ນິວ​ເຄຼຍປະຫວັດສາດ​ກັບ​ກຸ່ມ P5+1 (​ເຊິ່ງລວມມີ: ລັດ​ເຊຍ, ອາ​ເມ​ລິ​ກາ, ຝຣັ່ງ, ຈີນ ​ແລະ ​ເຢຍລະ​ມັນ), ​ເພື່ອ​ແນ​ໃສ່​ຜ່ອນ​ຄາຍ​ບັນດາ​ຄຳ​ສັ່ງ​ລົ​ງ​ໂທດ​ຂອງ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ. ​ໃນ​ຖະ​ແຫຼ​ງການ​ເຊິ່ງ​ໄດ້ຖ່າຍ​ທອດ​ສົດ​ທາງ​ໂທລະພາບ, ທ່ານປະທານາທິບໍດີ Rouhani ​ເນັ້ນ​ໜັກ​ວ່າ: ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ທີ່​ບັນລຸ​ໄດ້​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແມ່ນ​ວຽກ​ງານ​ຫຍຸ້ງຍາກ ​ແລະ ສັບ​ສົນ, ຮຽກຮ້ອງ​ໃຫ້​ມີ​ການ​ຕັດສິນ​ທີ່​ພິລະ​ອາດ​ຫານ. ດັ່ງ​ນັ້ນ, ລັດຖະບານ​ຂອງ​ທ່ານບໍ່​ຄິດ​ງໍ້​ຕໍ່​ບັນດາ​ຄຳ​ຕຳ​ນິຕິ​ຕຽນ​ຂອງ​ບາງ​ຄົນ​ໃນ​ປະ​ເທດ.

    ຕາມ​ຂໍ້​ຕົກລົງ​ທີ່ເຊັນ​ກັບ​ກຸ່ມ P5+1, ອີຣານ ​ຈະຫລຸດຜ່ອນ​ລະດັບ​ເສີມ​ທາດ ຢູຣານຽມ​ລົງ​ເຫຼືອ​ພຽງ 5% ​ແລະ ​ໃຫ້ຄຳ​ໝັ້ນ​ສັນຍາ​ບໍ່​ນຳ​ໃຊ້​ເຄື່ອງ​ຈັດພົ້ນ​ສູນ​​ໃໝ່​ໃນ​ຮອບ​ເວລາ 6 ​ເດື​ອນ​ເພື່ອ​​ແທນ​ທີ​ເລື່ອງ​ຜ່ອນຄາຍ​ບັນດາ​ມາດ​ຕະການ​ລົງ​ໂທດ​ທາງ​ເສດຖະກິດ.

ຂ່າວ/ບົດ​ອື່ນ