ປະທານາທິບໍດີອາເມ ລິກາເຊັນປະກາດໃຊ້ “ກົດໝາຍວ່າດ້ວຍການ ຫລຸດຜ່ອນອາກອນ“

ປະທານາທິບໍດີອາເມ ລິກາເຊັນປະກາດໃຊ້ “ກົດໝາຍວ່າດ້ວຍການ ຫລຸດຜ່ອນອາກອນ“ - ảnh 1

ປະທານາທິບໍ​ດີ​ອາ​ເມ​ລິ​ກາ

(ພາບ:vietnamplus.vn)

(vovworld) – ​​ຕອນ​ເຊົ້າວັນ​ທີ 3/1, ທຳນຽບຂາວ​ໃຫ້​ຮູ້​ວ່າ: ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​​ໄດ້ເຊັນ​ປະກາດ​ໃຊ້ “ກົດໝາຍ​ວ່າ​ດ້ວຍ​ການ​ຫລຸດຜ່ອນ​ອາກອນໃຫ້​ແກ່​ຊາວ​ອາ​ເມ​ລິ​ກາປີ 2012“ ຊື່​ງ​ໄດ້​ຍົກ​ອັດຕາອາກອນ​ສຳລັບ​ບັນດາ​ຄອບຄົວ​ມີ​ລາຍ​ຮັບ​ກ່ວາ 450.000 USD ​ແລະ ​ໂຈ​ະບັນດາ​ການ​ຕົກລົງ​ໃຊ້​ຈ່າຍ​ໃນ​​ເວລາ 2 ເດືອນ. ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​​ກໍ່ໄດ້ເຊັນ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ຄ່າ​ໃຊ້​ຈ່າ​ຍ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ທີ່​ມີ​ມູນ​ຄ່າ​ກ່ວາ 600 ຕື້ USD ຊື່​ງສະໜອງ​ດ້ານ​ການ​ເງິນ​ໃຫ້​ແກ່​ສົງຄາມ​ຢູ່​ອາບ​ກາ​ນີສະຖານ ​ແລະ ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ​ໃຫ້​ແກ່​ຄະະຜູ້ຕ່າງໆໜ້າ​ຂອງ​ອາ​ເມ​ລິ​ກາ​ໃນ​ທົ່ວ​ໂລກ. ​ໃນ​ຄຳ​ປະກາດ​ໃນຕອນ​ເຊົ້າວັນ​ທີ 3/1 ຫຼັງ​ພິທີ​ເຊັນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃຫ້​ຮູ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ຄ່າ​ໃຊ້​ຈ່າ​ຍ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ອະນຸຍາດໜູນ​ຊ່ວຍ​ບັນດາ​ທະຫານ​ພວມ​ປະຕິບັດ​ໜ້າ​ທີ່ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ, ປ່ຽນ​ໃໝ່​ບັນດາ​ໂຄງການ​ປ້ອງ​ກັນຊາ​ດສຳຄັນ ​ແລະ ຊ່ວຍ​ຮັບປະກັນ​ວ່າ: ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ກຳມະສິດ​ກຳລັງ​ກອງທັບ​ທີ່​ເຂັ້ມ​ແຂງ​ກ່ວາ​ໝູ່​ໃນ​ໂລກ.

 

 

 

 

 

ຂ່າວ/ບົດ​ອື່ນ