ປະທານາທິບໍດີອາເມລິກາ Barack Obama ຈະໄປຢ້ຽມຢາມ 4 ປະເທດອາຊີ


ປະທານາທິບໍດີອາເມລິກາ Barack Obama ຈະໄປຢ້ຽມຢາມ 4 ປະເທດອາຊີ - ảnh 1

ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama

(ພາບ: tienphong.vn)

 (vovworld)- ​ວັນ​ທີ 22/4, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ເລີ່​ມຕົ້ນການ​ໄປ​ປະຕິບັດ​ງານ​ທີ່​ແກ່ຍາວ​ໃນ​ເວລາ 1 ອາທິດ​ຢູ່ 4 ປະ​ເທດ​ອາຊີ​ຄື: ຍີ່ປຸ່ນ, ສ.​ເກົາຫຼີ, ມາ​ເລ​ເຊຍ ​ແລະ ຟິລິບ​ປິນ. ​ແຈ້ງການ​ຂອງ​ທ່ານ Susan Rice ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ກ່ອນ​ອຶ່ນໝົດ, ຈຸດປະສົງ​ຂອງ​ການ​ໄປ​ຢ້ຽມຢາມ​ແຕ່​ວັນ​ທີ 22-28/4 ​ແມ່ນ​ເພື່ອ​ແນ​ໃສ່​ຢືນຢັນນະ​ໂຍບາຍ “ສ້າງ​ຄວາມດຸນ​ດຽງ​ໃນຍຸດ​ທະ​ສາດ“ ຂອງ​ອາ​ເມ​ລິ​ກາ ຢູ່​ອາຊີ-​ປາຊິ​ຟິກ ຄືນ​ໃໝ່. ​ໃນ​ການ​ຢ້ຽມຢາມຍີ່ປຸ່ນ ​ແລະ ສ.​ເກົາຫຼີ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ປຶກສາ​ຫາລື​ກັບ​ການ​ນຳ​ບັນດາ​ປະ​ເທດ​ເຈົ້າພາບ​ກ່ຽວ​ກັບ​ມາດ​ຕະການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ພັນທະ​ມິດ ​ໃນ​ຂະນະ​ທີ່​ເນື້ອ​ໃນຕົ້ນຕໍ່​ຂອງ​ການ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ ​ແລະ ຟິລິບ​ປິນ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ກັບ​ສອງ​ປະ​ເທດ​ຂຶ້ນ​ກັບ​ອາ​ຊຽນ ຊື່​ງ​ແມ່ນ​ພາກ​ພື້ນ​ທີ່​ໄດ້​ຮັບ​ການ​ກຳນົດ​ວ່າ​ນອນ​ໃນ​ຍຸດ​ທະ​ສາດ​ສ້າງດຸນ​ດຽງ​ຄືນ​ໃໝ່​ຂອງ​ອາ​ເມ​ລິ​ກາ ​ຢູ່​ອາຊີ./.

ຂ່າວ/ບົດ​ອື່ນ