ປະທານາທິບໍດີອາເມລິກາ Barack Obama ຢ້ຽມຢາມ ສເກົາຫຼີ.

ປະທານາທິບໍດີອາເມລິກາ Barack Obama ຢ້ຽມຢາມ ສເກົາຫຼີ. - ảnh 1
ປະທານາທິບໍດີ​ Barack Obama ​ໄດ້​ໄປ​ຢ້ຽມຢາມ​ເຂດ​ປອກການ​ທະຫານ​
ຢູ່ແຫຼມ​ເກົາຫຼີ ດ້ວຍຍົນພິເສດ Marine One. (ພາບ: AFP)

(vovworld) - ​ໃນ​ຂອບ​ເຂດ​ການຢ້ຽມຢາມ ສ​ເກົາຫຼີ ​ເປັນ​ເວລາ 3 ວັນ, ວັນ​ທີ 25/3, ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ໄປ​ຢ້ຽມຢາມ​ເຂດ​ປອກການ​ທະຫານ​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ​ເພື່ອ​ແນ​ໃສ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ​ທີ່​ມີ​ຄໍ່​ຄວາມ​ສະຫງົບ​ປອດ​ໄພ​ຂອງ ສ​ເກົາຫຼີ. ທ່ານ Obama ຍັງ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ລີ​ມຽງ​ປັກ (Lee Myung Bak) ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ຍີ​ງດາວ​ທຽມຂອງ​ພຽງ​ຢາງ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ຢ້ຽມຢາມ ສ​ເກົາຫຼີ​ຂອງ​ທ່ານ Obama ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​​ແຫຼມ​ເກົາ​ຫຼີພວມ​ເພີ່ມ​ຂຶ້ນ, ພາຍຫຼັງ​ທີ່ ສປປ​ເກົາຫຼີ​ ແຈ້ງ​ໃຫ້​ຊາບ​ຈະ​ຍີ​ງດາວ​ທຽມ ກວາງ​ມຽງ​ເຊິ​ງ 3 (Kwangmyongsong – 3) ​ໃນ​ເດືອນ 4 ຈະ​ມາ​ເຖິງ. ອາ​ເມ​ລິ​ກາ​ຖື​ວ່າ, ຍາກ​ທີ່​ຈະ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ດ້ານ​ທັນ​ຍາ​ຫານ​ຄື​ດັ່ງ​ໄດ້​ຕົກລົງ​ກັບ ສປປ​ເກົາຫຼີ ​ໄດ້, ຖ້າ​ຫາກ​ປະ​ເທດ​ນີ້​ປະຕິບັດ​ການ​ຍິງ​ດາວ​ທຽມ. ​ແຕ່ ສປປ​ເກົາຫຼີ​ ພັດ​ຢືນຢັນ​ວ່າ, ການ​ຍິງ​ດາວ​ທຽມ​ແມ່ນ​ສິດ​ທີ່​ຖືກຕ້ອງ​ຕາມກົດໝາຍ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ