ປະທານາທິບໍດີອາເມລິກາ Barak Obama : ປີ 2014 ແມ່ນປີແຫ່ງການກະທຳ

 ປະທານາທິບໍດີອາເມລິກາ Barak Obama : ປີ 2014 ແມ່ນປີແຫ່ງການກະທຳ  - ảnh 1
ປະທານາທິບໍດີ​ອາ​ເມ​ລິກາ Barak Obama ​
(ພາບ: AP)

(vovworld)- ປະທານາທິບໍດີ​ອາ​ເມ​ລິກາ Barak Obama ​ຖະ​ແຫຼ​ງວ່າ ປີ 2014 ​ແມ່ນ​ປີ​ແຫ່ງ​ການ​ກະທຳ ​ແລະ ຊຸກຍູ້​ໃຫ້​ສະພາ​ແຫ່ງ​ຊາດ​ຮ່ວມ​ມື​ເພື່ອ​ຊຸກຍູ້​ແຜນ​ນະ​ໂຍບາຍ​ທີ່​ມີ​ຕໍ່​ພາຍ​ໃນ​ປະ​ເທດ ພວມ​ບໍ່​ມີ​ທາງ​ອອກ​ໃນ​ປີ 2013. ​ໃນ​ບົດ​ກ່າວ​ປາ​ໄສ​ປະຈຳ​ອາທິດ​ທາງ​ວິທະຍຸ​ກະຈາຍສຽງ​ເມື​ອ່ວັນ​ທີ 11/1, ປະທານາທິບ​ໍດີ​ອາ​ເມ​ລິກາ Barak Obama ຖືວ່າ ການກະທຳແມ່ນຄວນເລີ່ມປະຕິບັດດ້ວຍເລື່ອງ ສະພາແຫ່ງຊາດຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ຕໍ່ກຳນົດ​ໂຄງ​ການ​ປະກັນ​ການ​ວ່າງ​ງານ ທີ່​ໝົດ​ຜົນ​ສັກສິດ​ໃນ​ວັນ​ທີ 31/12/2013 ຊຶ່ງ​ໄດ້​ພາ​ໃຫ້ 1,3 ລ້ານ​ຄົນ​ຮັບ​ຜົນ​ສະທ້ອນ​ໂດຍ​ກົງ. ປະທານາທິບ​ໍດີ​ອາ​ເມ​ລິກາ Barak Obama ​ໃຫ້​ຮູ້​ວ່າ ອາທິດ​ໜ້າ, ​ທ່ານຈະ​ພ້ອມ​ກັບ​ຫົວໜ້າ​ບັນດາ​ກຸ່ມ​ບໍລິສັດ​ເພື່ອ​ປຶກສາ​ຫາລື​ບັນຫາ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ. ຫຼັງ​ຈາກ​ນັ້ນ, ທ່ານ​ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ຫົວໜ້າ​ອຳ​ນວຍ​ການ​ມະຫາວິທະຍາ​ໄລ​ຕ່າງໆ ​ເພື່ອ​ວາງ​ບາດກ້າວ​ເດີນ​ລະອຽດ​ແນ​ໃສ່​ຊ່ວຍ​ຄົນ​ງານອາ​ເມ​ລິ​ກາ​ຍົກ​ສູງ​ຄວາມ​ສາມາດ​ທີ່​ມ​ີຕໍ່​ວຽກ​ງານ​ໃໝ່.

ຂ່າວ/ບົດ​ອື່ນ