ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donal Trump ເຊັ່ນ​ລັດ​ຖະ​ດຳ​ລັດ​ເປີດກວ້າງ​ບ້ວງ​ເງິນ​ໜູນ​ຊ່ວຍ​ສະ​ພາບ​ວ່າງ​ງານ

(VOVWORLD) -ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ນີ້ແມ່ນໜຶ່ງໃນບັນດາລັດຖະດຳລັດໜູນຊ່ວຍ ເພື່ອແນໃສ່ສະກັດກັ້ນຜົນທະທົບຈາກໂລກລະບາດໂຄວິດ-19.

ວັນທີ 08 ສິງກາ, ທ່ານປະທານາທິບໍດີອາເມລິກາ Donald Trump ແຈ້ງໃຫ້ຊາບວ່າ ໄດ້ເຊັ່ນລັດຖະດຳລັດເປີດກວ້າງບ້ວງເງິນໜູນຊ່ວຍສະພາບວ່າງງານໃຫ້ແກ່ປະຊາຊົນອາເມລິກາ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19. ໃນລັດຖະດຳລັດນີ້, ຊາວອາເມລິກາ ແຕ່ລະຄົນທີ່ຖືກວ່າງງານຈະໄດ້ຮັບຈຳນວນເງິນໜູນຊ່ວຍແມ່ນ 400 USD/ອາທິດ. ເມື່ອຕອບຄຳສຳພາດຕໍ່ນັກຂ່າວໃນກອງປະຊຸມຂ່າວ, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ນີ້ແມ່ນໜຶ່ງໃນບັນດາລັດຖະດຳລັດໜູນຊ່ວຍ ເພື່ອແນໃສ່ສະກັດກັ້ນຜົນທະທົບຈາກໂລກລະບາດໂຄວິດ-19. ນອກນັ້ນ, ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຄຳໝັ້ນສັນຍາວ່າ ຖ້າຫາກໄດ້ຮັບການເລືອກຄັ້ງເປັນປະທານາທິບໍດີອາຍຸການໃໝ່ ທ່ານຈະຫຼຸດຜ່ອນຜາສີເງິນເດືອນໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ