ປະທານາທິບໍດີອາເມລິກາ Donald Trump ອອກຄຳສັ່ງຖອນທະຫານ 2.500 ຄົນອອກຈາກອາບການິດສະຖານແລະອີຣັກ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ອອກຄຳສັ່ງໃຫ້ທຳນຽບ 5 ແຈ ຖອນທະຫານ 2.500 ຄົນອອກຈາກອາບການິດສະຖານ ແລະ ອີຣັກ ກ່ອນວັນທີ 15 ມັງກອນ 2021.

ປະທານາທິບໍດີອາເມລິກາ Donald Trump ອອກຄຳສັ່ງຖອນທະຫານ 2.500 ຄົນອອກຈາກອາບການິດສະຖານແລະອີຣັກ - ảnh 1ທະຫານອາເມລິກາ ຢູ່ອີຣັກ

(ພາບປະກອບ: AFP/TTXVN)

ວັນທີ 17 ພະຈິກ, ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ທ່ານ Chris Miller ແຈ້ງໃຫ້ຊາບວ່າ: ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ອອກຄຳສັ່ງໃຫ້ທຳນຽບ 5 ແຈ ຖອນທະຫານ 2.500 ຄົນອອກຈາກອາບການິດສະຖານ ແລະ ອີຣັກ ກ່ອນວັນທີ 15 ມັງກອນ 2021. ທ່ານ Chris Miller ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດ ຈະຫຼຸດຈຳນວນທະຫານອາເມລິກາ ຢູ່ອາບການິດສະຖານ ຈາກ 4.500 ຄົນລົງເຫຼືອພຽງ 2.500 ຄົນ ແລະ ຈຳນວນທະຫານຢູ່ອີຣັກ ຈາກ 3.000 ຄົນລົງເຫຼືອພຽງ 2.500 ຄົນ. ນີ້ແມ່ນຈຳນວນທະຫານໜ້ອຍສຸດຂອງອາເມລິກາ ຢູ່ອາບການິດສະຖານ ໃນເກືອບ 2 ທົດສະວັດທີ່ເກີດສົງຄາມ. ຕາມທ່ານ Chris Miller ແລ້ວ, ບັນດາການກະທຳຖອນທະຫານດັ່ງກ່າວໄດ້ສ່ອງແສງໃຫ້ເຫັນນະໂຍບາຍຂອງທ່ານປະທານາທິບໍດີ D.Trump ເພື່ອແນໃສ່ “ນຳພາບັນດາການສູ້ຮົບຢູ່ອາບການິດສະຖານ ແລະ ອີຣັກ ໄປເຖິງບ່ອນສິ້ນສຸດຢ່າງສຳເລັດຜົນ ແລະ ມີຄວາມຮັບຜິດຊອບ ພ້ອມທັງຖອນບັນດາທະຫານທີ່ພິລະອາດຫານຂອງອາເມລິກາ ກັບຄືນປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ