ປະທານາທິບໍດີອາເມລິກາ Donald Trump​ໂອ້​ລົມ​ທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ ກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) - ທ່ານ Donald Trump ບໍ່ບັນລຸໄດ້ຂໍ້ຕົກລົງນິວເຄຼຍ ຢູ່ກອງປະຊຸມສຸດຍອດຄັ້ງທີ 2 ກັບການນໍາ ສປປ.ເກົາຫຼີ

          ວັນທີ 28 ກຸມພາ, ພາຍຫຼັງຂຶ້ນເຮືອບິນ Air Force One ກັບເມືອປະເທດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເພື່ອແຈ້ງໃຫ້ທ່ານຊາບຜົນຂອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ.

ກ່ອນໜ້ານັ້ນ, ທໍານຽບປະທານາທິບໍດີ ສ.ເກົາຫຼີ, ໄດ້ອອກຖະແຫຼງການ ຕີລາຄາກ່ຽວກັບກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ບັນລຸໄດ້ຄວາມຄືບໜ້າທີ່ມີຄວາມໝາຍ ຍິ່ງກວ່າເວລາໃດໝົດ”. ຖະແຫຼງການ ກໍໄດ້ຊີ້ໃຫ້ເຫັນເລື່ອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມແລ້ວທີ່ຈະສືບຕໍ່ດໍາເນີນການເຈລະຈາຈະນໍາມາເຊິ່ງແງ່ຫວັງອັນສົດໃສ ໃຫ້ແກ່ການພົບປະຮອບໃໝ່ລະຫວ່າງການນໍາສອງທ່ານ.

          ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ຕອນບ່າຍວັນທີ 28 ກຸມພາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານບໍ່ບັນລຸໄດ້ຂໍ້ຕົກລົງນິວເຄຼຍ ຢູ່ກອງປະຊຸມສຸດຍອດຄັ້ງທີ 2 ກັບການນໍາ ສປປ.ເກົາຫຼີ ເພາະວ່າ ທ່ານ Kim Jong-un ໄດ້ຍົກອອກບັນດາຂໍ້ສະເໜີ ທີ່ກ່ຽວຂ້ອງເຖິງການລົບລ້າງບັນດາມາດຕະການລົງໂທດຢ່າງສິ້ນເຊິງ ເຊິ່ງ ອາເມລິກາ ບໍ່ອາດຮັບຮອງໄດ້. ເຖິງຢ່າງໃດກໍຕາມ, ທ່ານ Kim Jong-un ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະບໍ່ດໍາເນີນການທົດລອງນິວເຄຼຍ ແລະ ລູກສອນໄຟອີກ.  ພ້ອມທັງຢັ້ງຢືນຄືນໃໝ່ວ່າ ຢາກ ສ້າງແຫຼມເກົາຫຼີປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ