ປະທານາທິບໍດີອາເມລິກາ Obama ຍຸບເລີກການຢ້ຽມຢາມ ອິນໂດເນເຊຍ ແລະ ບຣູໄນ

ປະທານາທິບໍດີອາເມລິກາ Obama ຍຸບເລີກການຢ້ຽມຢາມ ອິນໂດເນເຊຍ ແລະ ບຣູໄນ - ảnh 1
ທ່ານ​ປະທານາທິບໍດີ Barack Obama
(ພາບປະກອບ)

(vovworld) – ​​ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຄວາ​ມໝາຍວ່າ: ທ່ານ Obama ຈະ​ບໍ່ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຢູ່ ອິນ​ໂດ​ເນ​ເຊຍ ​ແລະ ບັນດາ​ກອງ​ປະຊຸມ​ຂອງ ອາ​ຊຽນ ຢູ່ ບຣູ​ໄນ. ​ໂຄ​ສົກ​ທຳນຽບຂາວ ທ່ານ Jay Carney ​ໃຫ້ຮູ້​ວ່າ: ທ່ານ​ປະທານາທິບໍດີ Obama ​ໄດ້​ຍົກ​ອອກ​ຂໍ້​ຕົກລົງ​ນີ້​ຍ້ອນ​ວ່າ ຍາກ​ທີ່​ຈະ​ໄປ​ປະຕິບັດ​ງານ​ຕ່າງປະ​ເທດ​ໃນ​ຂະນະ​ທີ່​ລັດຖະບານ​ປປິດ​ປະຕູ ​ແລະ ທ່ານ​ຕັດສິນ​ໃຈ​ສືບ​ຕໍ່​ຕໍ່ສູ້​ເພື່ອ​ໃຫ້​ຝ່າຍ​ພັກສາ​ທາ​ລະນະ​ຕ້ອງ​ປ່ອນ​ບັດ​ເພື່ອ​ເປີດ​ປະຕູ​ລັດຖະບານ​ຄືນ​ໃໝ່​ໃນ​ທັນທີ. ​ແຈ້ງ​ຂ່າວ​ຂອງ​ທຳນຽບຂາວ​ເນັ້ນ​ໜັກວ່າເລື່ອງ​ຍຸບ​ເລີກ​ການ​​ໄປປະຕິບັດ​ງານ​ຢູ່​ບັນດາ​ປະ​ເທດ ອາຊີ ຂອງ​ທ່ານ Obama ​ແມ່ນ​ຜົນ​ຮ້າຍ​ຢ້ອນ​ຫຼັງຂອງ​ເລື່ອງ​ຝ່າຍ​ພັກສາ​ທາ​ລະນະ​ທີ່​ສະພາ​​ເດັດ​ດຽວ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນບັນຫາ​ງົບປະມານ, ​ອັນ​ໄດ້​ກີດຂວາງ​ແຜນ​ນະ​​ໂຍບາຍ​ສ້າງວຽ​ກ​ເຮັດ​ງານ​ທຳຕື່ມ​ອີກ ຜ່ານ​ການ​ຊຸກຍູ້​ການ​ສົ່ງ​ອອກ, ກໍ່​ຜົນ​ຮ້າຍ​ເຖິງ​ຕັ້ງ​ບົດບາດນຳ​ພາ​ຂອງ ອາ​ເມລິກາ ກໍ່​ຄື​ຜົນ​ປະ​​ໂຫຍ​ດຂອງ​ປະ​ເທດ​ ​ເຂົ້າ​ຢູ່​ພາກ​ພື້ນ​ທີ່ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນໃຫຍ່​ກ່ວາ​ໝູ່​ຂອງ​ໂລກ. ທ່ານ Carney ກໍ່​ໃຫ້​ຮູ້​ວ່າ ທ່ານ​ປະທານາທິບໍດີ Obama ປາດ​ຖະໜາຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ພັນທະ​ມິດ ​ແລະ ຄູ່​ຮ່ວມ​ມື​ຢູ່ ອາຊີ - ປາຊີ​ຟິກ ​ແລະ ຈະ​ກັບ​ຄືນ​ຢ້ຽມຢາມ​ພາກ​ພື້ນ​ນີ້​ໃນ​ອະນາຄົດ. ທຳນຽບຂາວ​ກໍ່​ໃຫ້ຮູ້​ວ່າ ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ຈະ​ປະຕິບັດ​ການ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ​ແລະ ບຣູ​ໄນ ​ແທນ​ໃຫ້​ທ່ານ Obama.

ຂ່າວ/ບົດ​ອື່ນ