ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ ຄົນ​ໃໝ່ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ​ອັງ​ກິດ ແລະ ສຳ​ພັນ​ທະ​ມິດ NATO

(VOVWORLD) -ທ່ານ ນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ທ່ານກໍ່ມີຄວາມລໍຄອຍຢາກຮ່ວມມືກັບທ່ານ ປະທານາທິບໍດີ ອາເມລິກາ ຄົນໃໝ່ ເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ໃນນັ້ນມີຄວາມມານະພະຍາຍາມແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ. 
ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ ຄົນ​ໃໝ່ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ​ອັງ​ກິດ ແລະ ສຳ​ພັນ​ທະ​ມິດ NATO - ảnh 1ທ່ານ ປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden (ພາບ: TTXVN)

ວັນທີ 23 ມັງກອນ, ປະທານາທິບໍດີ ອາເມລິກາ ຄົນໃໝ່ ທ່ານ Joe Biden ໄດ້ໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ ແລະ ອັງກິດ, ກໍ່ຄືບັນດາສຳພັດທະມິດໃນອົງການ (NATO). ທ່ານ Joe Biden ໄດ້ຍົກຄຳໝັ້ນສັນຍາອອກມາ ໃນການໂອ້ລົມທາງໂທລະສັບຄັ້ງທຳອິດກັບທ່ານ ນາຍົກລັດຖະມົນຕີ ອັງກິດ Boris Johnson ພາຍຫຼັງພິທີສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ. ຖະແຫຼງຂ່າວຂອງທຳນຽບຂາວໃຫ້ຮູ້ວ່າ ທີ່ການໂອ້ລົມທາງໂທລະສັບ, ທ່ານ ປະທານາທິບໍດີ ອາເມລິກາ Biden ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືກັບທ່ານນາຍົກລັດຖະມົນຕີ ອັງກິດ Johnson ຢ່າງແໜ້ນແຟ້ນໃນສະພາບການ ອັງກິດ ຈະເປັນເຈົ້າພາບຈັດ ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ G7 ແລະ ກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ COP26 ໃນປີນີ້.

ສ່ວນທ່ານ ນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ທ່ານກໍ່ມີຄວາມລໍຄອຍຢາກຮ່ວມມືກັບທ່ານ ປະທານາທິບໍດີ ອາເມລິກາ ຄົນໃໝ່ ເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ໃນນັ້ນມີຄວາມມານະພະຍາຍາມແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ. ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ເລືອງທ່ານ ປະທານາທິບໍດີ Joe Biden ກ່ຽວກັບເລື່ອງນຳອາເມລິກາ ກັບຄືນສົນທິສັນຍາ ປາຣິວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ