ປະທານາທິບໍດີອາເມລິກາ ຈະໂອ້ລົມທາງໂທລະສັບກັບປະທານປະເທດ ຈີນ ໃນອາທິດນີ້

(VOVWORLD) -ການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ທ່ານແມ່ນບັນຫາເຊິ່ງໄດ້ປຶກສາຫາລືໃນໄລຍະຍາວ.
ປະທານາທິບໍດີອາເມລິກາ ຈະໂອ້ລົມທາງໂທລະສັບກັບປະທານປະເທດ ຈີນ ໃນອາທິດນີ້ - ảnh 1ການນຳ ອາເມລິກາ ແລະ ຈີນ
(ພາບ: AFP/TTXVN)

ວັນທີ 25 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ, ທ່ານຍັງຄາດຄະເນວ່າ ຈະແລກປ່ຽນກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃນອາທິດນີ້. ທ່ານປະທານາທິບໍດີ Biden, ພວມຟື້ນຟູສຸຂະພາບພາຍຫຼັງຕິດເຊື້ອພະຍາດໂຄວິດ-19, ເມື່ອໂອ້ລົມກັບນັກຂ່າວທີ່ພວມຕິດຕາມທ່ານເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບເສດຖະກິດ, ທ່ານໃຫ້ຮູ້ວ່າ ຄາດວ່າທ່ານຈະສິ້ນສຸດການແຍກຕົວ ແລະ ກັບມາເຮັດວຽກເປັນປົກກະຕິໃນທ້າຍອາທິດນີ້.

        ທ່ານປະທານາທິບໍດີ ອາເມລິກາ Joe Biden ມີແຜນການເຈລະຈາກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃນສະພາບທີ່ ອາເມລິກາ - ຈີນ ພວມມີຄວາມເຄັ່ງຕຶງກ່ຽວກັບບັນຫາ ໄທເປ (ຈີນ) ແລະ ດ້ານການຄ້າ. ການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ທ່ານແມ່ນບັນຫາເຊິ່ງໄດ້ປຶກສາຫາລືໃນໄລຍະຍາວ. ຖ້າຫາກເຫດການດັ່ງກ່າວດຳເນີນໄປຕາມການຄາດຄະເນ, ນີ້ຈະແມ່ນການໂອ້ລົມຄັ້ງທຳອິດລະຫວ່າງການນຳ ອາເມລິກາ - ຈີນ ໃນຮອບເວລາ 4 ເດືອນຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ