ປະທານາທິບໍດີອາເມລິກາ ເພີ່ມທະວີການນຳໃຊ້ ອຳນາດບໍລິຫານ

ປະທານາທິບໍດີອາເມລິກາ ເພີ່ມທະວີການນຳໃຊ້ ອຳນາດບໍລິຫານ - ảnh 1
(ທ່ານ​ປະທານາທິບໍ​ດີ Barack Obama)

(vovworld) –  ​ຕໍ່​ໜ້າ​ສະພາບ​ບໍ່​ມີ​ທາງ​ອອກ​ທີ່​ພວມ​ແກ່ຍາວຍ້ອນ​ການ​ຍາດ​ແຍ່ງ​ສິດ​ອຳນາດ​ໂດຍ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ລະຫວ່າງ​ພັກສາ​ທະ​ລະນະ ​ແລະ ປະຊາທິປະ​ໄຕ, ວັນ​ທີ 01/07, ທ່ານ​ປະທານາທິບໍ​ດີ Barack Obama ຖະ​ແຫຼ​ງວ່າ ຈະ​ສືບ​ຕໍ່​ນຳ​ໃຊ້​ອຳນາດ​ບໍລິຫານ​ເພື່ອ​ຊຸກຍູ້​ບັນດາ​ນະ​ໂຍບາຍ.

        ​ໃນ​ກອງ​ປະຊຸມຂອງ​ລັດຖະບານ, ທ່ານ​ປະທານາທິບໍດີ Barack Obama ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຜູ້ນຳ​ໜ້າບັນດາ​ກະຊວງ, ຂະ​ແໜງການ​ຊອກ​ຫາ​ຂົງ​ເຂດ​ເຊິ່ງຢູ່​ທີ່​ນັ້ນ​ທ່ານ​ສາມາດ​ນຳ​ໃຊ້​ສິດ​ຂອງ​ຜູ້ນຳ​​ອົງການ​ບໍລິຫານ ​ເພື່ອ​ລົງ​ນາມ​ໃນ​ລັດຖະດຳລັດ​ບໍລິຫານ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ເຊິ່ງທຳນຽບຂາວຊຸກຍູ້ ແຕ່​ມາ​ຮອດ​ປະຈຸ​ບັນ​ສະພາ​ແຫ່ງ​ຊາດ​ຍັງ​ສະກັດ​ກັ້ນ​ຢູ່.

ຂ່າວ/ບົດ​ອື່ນ