ປະທານາທິບໍດີອາເມລິກາ ແຕ່ງຕັ້ງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ຜູ້ອຳນວຍການ CIA

ປະທານາທິບໍດີອາເມລິກາ ແຕ່ງຕັ້ງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ຜູ້ອຳນວຍການ CIA  - ảnh 1

ທ່ານ John Brennan

(ພາບ:thehindu.com)

(vovworld): ວັນ​ທີ 7/1, ປະທານາທິບໍ​ດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ປະກາດ​ບັນດາ​ການ​ແຕ່ງຕັ້ງ​ໃຫ້​ແກ່​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ຜູ້ອຳນວຍການກົມ​ສືບ​ລາຊະການ​ລັບ​ສູນ​ກາງອາ​ເມ​ລິ​ກາ (CIA) ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ​, ​ແທນ​ໃຫ້​ທ່ານ​ລັດຖະມົນຕີ Leona Panetta ​ຈະແມ່ນ​ທ່ານ Chuck Hagel ສະມາຊິກ​ລັດຖະສະພາຂອງ​ພັກສາ​ທາ​ລະນະນລັດ, ສ່ວນທີ່​ປຶກສາ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ທຳນຽບຂາວ, ທ່ານ John Brennan ຈະ​​ເປັນ​ການ​ນຳ CIA. ​ໃນ​ການ​ປະຊຸມ​ຂ່າວ​ທີ່​ທຳນຽບຂາວ, ປະທານາທິບໍ​ດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຍ້ອງຍໍ​ທ່ານ Hagel ​ແມ່ນ “ຊາວ​ອາ​ເມ​ລິ​ກາ ຜູ້​ຮັກ​ຊາດ“ ພ້ອມທັງ​ຮຽກຮ້ອງ​ໃຫ້​ສະພາ​ສູງ​ອາ​ເມ​ລິ​ກາ ຈົ່ງ​ຮັບຮອງ​ເອົາ​ການສະ​ເໜີ​ແຕ່ງຕັ້ງທ່ານ Chuck Hagel  ​ແລະ ທ່ານ John Brennan. ກ່ອນ​ໜ້ານັ້ນ, ທ່ານ Barack Obama ​ເຄີຍ​ຍ້ອງຍໍ​ທ່ານ John Brennan ວ່າ​ແມ່ນ “ຜູ້​ມີ​ວິຊາ​ການ; ມີ​ປະສົບ​ການ​ຫຼາຍ ​ແລະ ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ​ທັງ​ແມ່ນ​ຜູ້​ເຮັດ​ວຽກ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ“.

ຂ່າວ/ບົດ​ອື່ນ