​​ປະທານາທິບໍດີ​ອາ​ເມລິ​ກາ ​ແລະ​ລັດ​ເຊຍ​ໂອ້​ລົມ ​ທາງໂທລະສັບ


​​ປະທານາທິບໍດີ​ອາ​ເມລິ​ກາ ​ແລະ​ລັດ​ເຊຍ​ໂອ້​ລົມ ​ທາງໂທລະສັບ - ảnh 1

 (ພາບປະກອບ)

 (vovworld)- ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ເມື່ອວັນ​ທີ 28/3,  ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​​ເຈາະ​ຈີ້ມລັດ​ເຊຍ ຍົກ​ອອກ​ຄຳ​ເຫັນ​ລະອຽດ​ດ້ວຍ​ລາຍ​ລັກ​ອັກສອນ​ສຳລັບ​ຂໍ້ສະ​ເໜີ​ຊື່​ງທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ສະ​ເໜີ​ກັບ​ຄູ່​ຕຳ​ແໜ່​ງລັດ​ເຊຍ, ທ່ານ Sergei Lavrov ​ເມື່ອ​ອາທິດ​ຜ່ານ​ມາ​ຢູ່ Lahay.

   ​ເຈົ້າໜ້າ​ທີ່​ຂັ້ນສູງ​ທ່ານ 1 ຂອງ​ອາ​ເມ​ລິ​ກາ ​ໃສ່​ໃຈ​ວ່າ: ບັນດາ​ການ​ປຶກສາ​ຫາລື​ຄັ້ງກ່ອນ​ກ່ຽວ​ກັບ​ຄວາມ​ສາມາດ​ບັນລຸ​ມາດ​ຕະການ 1 ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ຄື: ການ​ຜັນ​ຂະຫຍາຍ​ນັກ​ສັງ​ເກດການ​ຕ່າງປະ​ເທດ, ຖອນ​ທະຫານ​ລັດ​ເຊຍ ​ແລະ ຈັດການ​ເຈລະຈາ​ລະຫວ່າງ​ລັດ​ເຊ​ຍ-ຢູ​ແກຼນ.

  ວັນ​ທີ 28/3, ທ່ານ Andrei Kelin ຜູ້ຕາງໜ້າ​ລັດ​ເຊຍ ປະຈຳອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ​ໃຫ້​ຮູ້​ວ່າ: ລັດ​ເຊຍ ຖື​ວ່າ: ການ​ເລືອ​ກຕັ້ງປະທານາທິບໍດີ​ຢູ​ແກຼນ ຊື່​ງຄາດ​ວ່າ​ຈັດ​ຂຶ້ນ​ໃນ​ວັນ​ທີ 25/5 ຈະ​ມາ​ເຖິງ​ແມ່ນ​ຜິດ​ກົດໝາຍ.

   ​ໃນ​ວັນ​ດຽວກັນ, ປະທານາທິບໍດີ​ລັດ​ເຊຍ V.Putin ອອກ​ຄຳ​ສັ່ງກ່ຽວ​ກັບ​ການ​ດຳ​ເນີນ​ສົ່ງ​ອາວຸດ​ຂອງ​ບັນດາ​ກົມ​ກອງ​ຢູ​ແກຼນ ຕັ້ງຖານ​ທີ່ໝັ້ນຢູ່ Crimea ​ໃຫ້​ແກ່​ຢູ​ແກຼນ ຫາກ​ບໍ່​ສົ່ງ​ໄປ​ຮັບ​ໃຊ້​​ໃນ​ກອງທັບ​ລັດ​ເຊຍ./.

ຂ່າວ/ບົດ​ອື່ນ