ປະທານາທິບໍດີອາເມລິກາ ໂດນານທຣຳ ປ່ອນບັດເລືອກຕັ້ງໄວກວ່າກຳນົດຢູ່ ລັດຟໍລີດາ

(VOVWORLD) -ປະທານາທິບໍດີ ອາເມລິກາ ໂດນານທຣຳ ໄດ້ໄປປ່ອນບັດ ໄວກວ່າກຳນົດຢູ່ ລັດຟໍລີດາ ເຊິ່ງແມ່ນໜຶ່ງໃນບັນດາລັດທີ່ທ່ານມີທີ່ຢູ່ປະຈຳ ແລະ ຕ້ອງຍາດເອົາບັດຄະແນນຢ່າງພຽງພໍ ຂອງຜູ້ຕາງໜ້າຜູ້ມີສິດເລືອກ ຕັ້ງ
ປະທານາທິບໍດີອາເມລິກາ ໂດນານທຣຳ ປ່ອນບັດເລືອກຕັ້ງໄວກວ່າກຳນົດຢູ່ ລັດຟໍລີດາ - ảnh 1 ປະທານາທິບໍດີອາເມລິກາ ໂດນານທຣຳ ປ່ອນບັດເລືອກຕັ້ງໄວກວ່າກຳນົດຢູ່ ລັດຟໍລີດາ

ຕອນວັນທີ 24 ຕຸລາ ຕາມເວລາ ຫວຽດນາມ ແລະ ຕອນເຊົ້າວັນທີ 24 ຕຸລາ ຕາມເວລາອາເມລິກາ,  ປະທານາທິບໍດີ ອາເມລິກາ ໂດນານທຣຳ ໄດ້ໄປປ່ອນບັດ ໄວກວ່າກຳນົດຢູ່ ລັດຟໍລີດາ ເຊິ່ງແມ່ນໜຶ່ງໃນບັນດາລັດທີ່ທ່ານມີທີ່ຢູ່ປະຈຳ ແລະ ຕ້ອງຍາດເອົາບັດຄະແນນຢ່າງພຽງພໍ ຂອງຜູ້ຕາງໜ້າຜູ້ມີສິດເລືອກ ຕັ້ງ ເພື່ອຍາດເອົາໄຊຊະນະຕໍ່ຄູ່ແຂ່ງ ຈອນບີດັນ ຂອງພັກປະຊາທິປະໄຕ. ປະທານາທິບໍດີ ໂດນານທຣຳ ໄດ້ປະຕິບັດສິດພົນລະເມືອງຂອງຕົນຢູ່ສະຖານທີ່ປ່ອນບັດໃນລັດນີ້.

 ໄລ່ຮອດປັດຈຸບັນ, ໄດ້ມີຜູ້ມີສິດເລືອກຕັ້ງປະມານ 55 ລ້ານຄົນ ໄປປ່ອນບັດກ່ອນກຳນົດ ເພື່ອປະຕິບັດສິດພົນລະເມືອງຂອງຕົນ ແລະ  ການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ແມ່ນອາດຈະມີອັດຕາເຂົ້າຮ່ວມການປ່ອນບັດສູງສຸດ ໃນກວ່າສະຕະວັດທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ