ປະທານາທິບໍດີອາເມລິກາObamaຮຽກຮ້ອງທ່ານD.Trumpສົ່ງສານສາມັກຄີພາຍຫລັງການເລືອກຕັ້ງ

ປະທານາທິບໍດີອາເມລິກາObamaຮຽກຮ້ອງທ່ານD.Trumpສົ່ງສານສາມັກຄີພາຍຫລັງການເລືອກຕັ້ງ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ແລະ
 ທ່ານ D.Trump ຜູ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ
(ພາບອິນເຕີແນັດ)

(vovworld) - ​ ວັນ​ທີ 14/11, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຮຽ​ກຮ້​ອງ ທ່ານ D.Trump ຜູ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຄວນ​ສົ່ງ​​ສານ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ ພາຍຫລັງບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ກໍ່ຄວາມ​ແບ່ງ​ແຍກ​ຜ່ານ​ມາ. ທ່ານ   Obama ຢືນຢັນ​ວ່າ ​ໃນ​​ຈຸດ​ເວລາ​ນີ້ ​ແມ່ນ​ສິ່ງ​ສຳຄັນ​ສຳລັບ​ຜູ້​ຈະ​ສືບ​ທອດ​ເປັນ​ປະທານາທິບໍດີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ  ທ່ານ​ປະທານາທິບໍດີ Obama ຮຽກ​ຮ້ອງ​ທ່ານ D.Trump ຈົ່ງພົບ​ປະ​ກັບ​ຊາວ ອາ​ເມ​ລິ​ກາ  ຈຳນວນ​ໜຶ່ງ ​ຊຶ່ງ​ພວມບໍ່ພໍ​ໃຈ ຫຼື ຢ້ານ​ກົວ​ຕໍ່​ການ​ໄຊ​ຊະນາ​ຂອງ​ທ່ານ​ D.Trump ​ໃນ​ການ​ເລື​ອກຕັ້ງ​ປະທານາທິບໍດີ​ເມື່ອ​ອາທິດ​ກ່ອນ.

ຂ່າວ/ບົດ​ອື່ນ