ປະທານາທິບໍດີອາເມລິກາຂໍໂທດກ່ຽວກັບເລື່ອງກອງທັບອາເມລິກາບຸກໂຈມຕີຜິດເປົ້າໝາຍໃສ່ໂຮງໝໍຢູ່ອາບການິດສຖານ

ປະທານາທິບໍດີອາເມລິກາຂໍໂທດກ່ຽວກັບເລື່ອງກອງທັບອາເມລິກາບຸກໂຈມຕີຜິດເປົ້າໝາຍໃສ່ໂຮງໝໍຢູ່ອາບການິດສຖານ - ảnh 1
ປະທານາທິບໍດີ​ອາ​ເມລິ​ກາ​ຂໍ​ໂທດ​​ກ່ຽວ​ກັບ​​ເລື່ອງ​
ກອງທັບ​ອາ​ເມ​ລິ​ກາ​ບຸກ​​ໂຈມ​ຕີ​ຜິດ​​ເປົ້າ​ໝາຍ​ໃສ່ໂຮງໝໍ​ຢູ່​ອາບ​ກາ​ນິດ​ສຖານ
(ພາບ: Reuters)


(vovworld) – ວັນ​ທີ 07/10, ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້ມີ​ການ​ໂອ້ລົມ​ທາງ​​ໂທລະ​ຊັບ​ກັບ​ຜູ້​ນຳ​ອົງການ​ຈັດ​ຕັ້ງ “ທ່ານໝໍ​ບໍ່​ມີ​ພົມ​​ແດນ” (MSF) ​ແລ​ະ ຍົກ​ອອກ​ຄຳ​ຂໍ​ໂທດກ່ຽວ​ກັບ​ເລື່ອງ​ກຳລັງ​ອາ​ເມ​ລິ​ກາ ​ໄດ້ບຸກ​ໂຈມ​ຕີ “ຜິດ​ເປົ້າ​ໝາຍ” ​ໃສ່​ໂຮງໝໍ​ແຫ່ງ​ໜຶ່ງ​ຂອງ MSF ຢູ່​ນະຄອນ Kunduz, ອາບ​ກາ​ນິດ​ສຖານ, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດມີ 22 ຄົນ​ເສຍຊີວິດ ​ເມື່ອ​ວັນ​ທີ​ 03/10 ຜ່ານ​ມາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ທຳນຽບຂາວ Josh Earnest ​ໃຫ້​ຮູ້​ວ່າ, ວໍ​ຊິງ​ຕັນ ຢາກ​ຂໍ​ໂທດ ​ແລະ ຮັບ​ຜິດ​ຊອບ​ຕໍ່​ການບຸກ​ໂຈມ​ຕີ​ຜິດ​ເປົ້າ​ໝາຍ​ດັ່ງກ່າວ. ນອກຈາກ​ຄຳ​ຂໍ​ໂທດ​ຢ່າງເປັນ​ທາງ​ການ​ແລ້ວ, ປະທາ​ນາທິບໍດີ Obama ຍັງ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພິຈາ​ລະນາ​ເຫດການ​ຢ່າງພາວະ​ວິ​ໄສ, ລະອຽດ, ພ​້ອມທັງ​ດຳ​ເນີນ​ບັນດາ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ປະກັນ​ບໍ່​ປະ​ໃຫ້ເກີດ​ບັນດາ​ເຫດການ​ຄ້າຍຄື​ກັນ​ໃນ​ອະນາຄົດອີກ.

ຂ່າວ/ບົດ​ອື່ນ