ປະທານາທິບໍດີອາເມລິກາຈະມີບົດກ່າວປາໄສພິເສດກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍ

ປະທານາທິບໍດີອາເມລິກາຈະມີບົດກ່າວປາໄສພິເສດກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama\
(ພາບ​ປະ​ກອບ)

(vovworld) - ​ທຳ​ນຽບ​ຂາວ​ໄ​ດ້​ແຈ້ງໃຫ້​ຮູ້ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຈະ​ມີ​ບົດ​ກ່າວ​ປາ​ໄສ​ພິ​ເສດ​ຕໍ່​ມວນ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 06/12 (ຕ​າມ​ເວ​ລາ​ທ້ອງ​ຖິ່ນ) ກ່ຽວ​ກັບບັນ​ດາ​ຄວາມ​ມາ​​ນະພະ​ຍາ​ຍາມ​ຕ້ານກໍ່​ການ​ຮ້າຍ, ​ນີ້​ແມ່ນການ​​ກະ​ທຳ​ທີ່​ດຳ​ເນີນພາຍ​ຫຼັງ​ເຫດຍິງ​ປືນ​ຢູ່​ລັດ California ເຮັດ​ໃຫ້ 14 ຄົນ​ເສຍ​ຊີ​ວິດ​ພຽງ 2 – 3 ວັນ.

      ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຂາວ​ຊີ້​ແຈ​້ງວ່າ, ບົດ​ກ່າວ​ໄປ​ໃສ​ໃນ​​ເວ​ລາ 8 ໂມງ ຕອນ​ຄ່ຳ​ວັນ​ທີ 06/12 ຈະ​ລວມ​ມີ “ບັນ​ດາ​ບາດ​ກ້າວ​ເຊິ່ງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ຈະ​ຜັນ​ຂະ​ຫຍາຍ​ເພື່ອ​ປະ​ຕິ​ບັດ​ບຸ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ທ່ານ Obama ແມ່ນ​ເພື່​ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ປະ​ຊາ​ຊົນ​ອາມ​ເມ​ລິ​ກາ”. ນອກນັ້ນ, ການ​ນຳ​​ຜູ້ນີ້​ກໍຈະ​ເຕື້ອງ​ເຖິງ​ໄພ​ນາບ​ຂູ່​ຂອງ​ລັດ​​ທິກໍ່​ການ​ຮ້າຍ ຕາມ​ຄວາມ​ໝາຍກວ້າງ​ກວ່າ ລວມ​ທັງ​ທາດ​ແທ້​ໄພ​ນາບ​ຂູ່, ວິ​ວັດ​​ແຫ່ງການ​ພັດ​ທະ​ນາ ແລະ ວິ​ທີ​ການ​ແກ້​ໄຂ​ໄພ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ