ປະທານາທິບໍດີອາເມລິກາຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເດືອນ5/2016

ປະທານາທິບໍດີອາເມລິກາຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເດືອນ5/2016 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ພົບ​ປະ​ເຈລະຈາ​ກັບ
​ທ່ານປະທານາທິບໍດີ ​ອາ​ເມ​ລິ​ກາ Barack Obama
(ພາບ: TTXVN)

(vovworld) - ວັນ​ທີ 16/2, ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Sunnylands, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ທ່ານປະທານາທິບໍດີ ​ອາ​ເມ​ລິ​ກາ Barack Obama. ທີ່​ການ​ພົບ​ປະ, ປະທານາທິບໍດີ Barack Obama ​ໄດ້​ແຈ້ງວ່າ​ທ່ານ​ຈະ​ມາ​ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 5/2016,  ​ເພື່ອຊອກ​ຮູ້​ກ່ຽວ​ກັບປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ ຫວຽດນາມ, ພ້ອມ​ທັງ​ແລກປ່ຽນ​ບັນດາ​ມາດ​ຕະການ​ຮ່ວມ​ມື​ລະອຽດ ​ເພື່ອ​ແນ​ໃສ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ອາ​ເມ​ລິ​ກາ - ຫວຽດນາມ.

        ກ່ຽວ​ກັບ​ການ​ເຈລະຈາ​ທີ່​​ແກ່ຍາວ​ເປັນ​ເວລາ 40 ນາທີ, ການ​ນຳ​ທັງ​ສອງ​ທ່ານ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ສຳຄັນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະທານາທິບໍດີ Barack Obama ຢືນຢັນ​ວ່າ ອາ​ເມ​ລິ​ກາ​ເປັນ​ຫ່ວງ​ກັງວົນ​ຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ ​ແລະ ວິວັດທະນາ​ການ​ດ້ານ​ກົດໝາຍ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).

        ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຟີ​ກ (TPP) ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, ດັ່ງ​ນັ້ນ​ຝ່າຍ​ຕ່າງໆ​ຄວນ​ຮີບ​ເຮັ່ງ​ສຳ​ເລັດ​ວິວັດ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ຕາມ​ຂໍ້​ກຳນົດ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ ອາ​ເມ​ລິ​ກາ ຮັບຮອງ​ ຫວຽດນາມ​ເປັນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ໂດຍ​ໄວ, ທັງ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສຸຂະ​ອະນາ​ໄມ​ຄວາມ​ປອດ​ໄພ​ຂອງ​ອາຫານ​ສຳລັບ​ປາຈາ, ປາ​ບາ​ຊາ​ຂອງ ​ຫວຽດນາມທີ່​ສົ່ງ​ອອກ​ຕະຫຼາດ ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ ປະທານາທິບໍດີ Barack Obama ສືບ​ຕໍ່​ສະໜັບສະໜູນ​ຢ່າງ​ແຮງ ​ແລະ ​ແທດ​ຈິງ​ກວ່າ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມຢູ່ ​ຫວຽດນາມ, ສະ​ເໜີ ອາ​ເມ​ລິ​ກາ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ​ໃນ​ບັນຫາ​ເພີ່ມ​ທະວີ​ຄວາມ​ສາມາດ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້​ກຳລັງ​ຕຳຫຼວດ​ທະ​ເລ ຫວຽດນາມ.

        ປະທານາທິບໍດີ Barack Obama ​ເຫັນ​ດີ​ກັບ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ຢືນຢັນ​ຈະ​ຊີ້​ນຳ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ ອາ​ເມ​ລິ​ກາ​ສົບ​ທົບ​ກັບ​ຝ່າຍ​ ຫວຽດນາມ ​ເພື່ອ​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ໃຫ້​ເໝາະສົມ​ກັບ​ແຕ່​ລະ​ບັນຫາ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຮອບດ້ານ ​ອາ​ເມ​ລິ​ກາ - ຫວຽດນາມ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ