ປະທານາທິບໍດີອາເມລິກາຊຸກຍູ້ສະພາແຫ່ງຊາດໃຫ້ສັດຕະຍາບັນTPP


ປະທານາທິບໍດີອາເມລິກາຊຸກຍູ້ສະພາແຫ່ງຊາດໃຫ້ສັດຕະຍາບັນTPP - ảnh 1

(ພາບ: bmsadvisors.com)

(vovworld) - ໃນ​ບົດ​ນຳທີ່​ອັບ​ເດັດທາງ​ອິນ​ເຕີ​ເນັດ​ຂອງ​ເວັບ​ໄຊ “ວໍ​ຊິງ​ຕັນ​​ໂປ​ສ“ ວັນ​ທີ 2/5, ທ່ານ Barack Obama ປະທານາທິບໍດີ​ ອາ​ເມ​ລິ​ກາ, ຖື​ວ່າ, ​ເລື່ອງ ຈີນ​ພວມຊຸກຍູ້​ສັນຍາ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ຮອບດ້ານ​​ໃນ​ພາກ​ພື້ນ (RCEP) ​ໄດ້​ເປັນ​ການກະຕຸກ​ຊຸກຍູ້ສະພາ​ແຫ່ງ​ຊາດ​ ອາ​ເມ​ລິ​ກາໃຫ້​ສັດຕະຍາບັນສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊິ​ຟິກ (TPP). ທ່ານ Barack Obama ປະທານາທິບໍດີ​ ອາ​ເມ​ລິ​ກາ ຢືນຢັນ​ວ່າ TPP ຈະອະນຸຍາດ​ໃຫ້ ອາ​ເມ​ລິ​ກາ “ມີ​ສິດ​ຄວບ​ຄຸມ“ ດ້ານ​ການ​ຄ້າ​ກັບ​ອາຊີ ​ແລະ ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ​ມີ​ແຜນ​ນະ​ໂຍບາຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ ​ເພື່ອ​ໃຫ້ທັງ​ສອງ​ພັກ ປະຊາທິປະ​ໄຕ ​ແລະ ສາທາລະນະ ​ໃຫ້​ສັດຕະຍາບັນ TPP. ຄວາມ​ຈິງ​ແລ້ວ, ທ່ານ Barack Obama ປະທານາທິບໍດີ​ ອາ​ເມ​ລິ​ກາ ​ໄດ້​ຍູ້​ໄວ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​​ແນ​ໃສ່​ສຳ​ເລັດ TPP ກ່ອນ​ທີ່​ທ່ານ​ອອກ​ຈາກ​ທຳນຽບຂາວ​ໃນ​ວັນ​ທີ 20/1/2017 ​ແລ້ວ.. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທຳນຽບຂາວ​ຕ້ອງ​ຜ່ານ​ຜ່າ​ທັດສະນະ​ຄັດຄ້ານ​ຂອງ​ກຸ່ມສະມາຊິກ​ລັດຖະສະພາ​ຝ່າຍ​ຊ້າຍ​ໃນ​ພັກ​ປະຊາທິປະ​ໄຕ ​ແລະ ກຸ່ມສະມາຊິກ​ລັດຖະສະພາ​ຝ່າຍຂວາ​ໃນ​ພັກສາ​ທາ​ລະນະ.

 

ຂ່າວ/ບົດ​ອື່ນ