ປະທານາທິບໍດີອາເມລິກາຕີລາຄາຄວາມສາມາດປະກາດສະພາວະສຸກເສີນຢູ່ເຂດຊາຍແດນ

(VOVWORLD) -ວັນທີ 11 ມັງກອນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຍັງບໍ່ທັນປະກາດສະພາວະສຸກເສີນໃນຈຸດເວລານີ້ໄດ້ເທື່ອ, ຄືດັ່ງວິທີສ້າງກອງທຶນໃຫ້ແຜນການກໍ່ສ້າງກຳແພງຊາຍແດນ, ຜ່ານນັ້ນຢຸດຕິສະພາບປິດປະຕູລັດຖະບານສ່ວນໜຶ່ງ.

ປະທານາທິບໍດີອາເມລິກາຕີລາຄາຄວາມສາມາດປະກາດສະພາວະສຸກເສີນຢູ່ເຂດຊາຍແດນ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: Bloomberg/TTXVN)

ກ່ອນໜ້ານັ້ນ, ສື່ມວນຊົນອາເມລິກາ ໃຫ້ຂ່າວວ່າ, ທຳນຽບຂາວ ພວມກະກຽມໃຫ້ເລື່ອງປະກາດສະພາວະສຸກເສີນລະດັບຊາດ ອະນຸຍາດໃຫ້ທ່ານປະທານາທິບໍດີ Donald Trump ສົ່ງເສີມການກໍ່ສ້າງໂຄງການກໍ່ສ້າງກຳແພງຢູ່ລຽບຕາມເຂດຊາຍແດນລະຫວ່າງອາເມລິກາ - ເມັກຊີໂກ.

        ຄຳຖະແຫຼງຫຼ້າສຸດຂອງທ່ານປະທານາທິບໍດີອາເມລິກາ ຖືກຍົກອອກມາ ໃນຈຸດເວລາທີ່ລັດຖະບານອາເມລິກາ ປິດປະຕູສ່ວນໜຶ່ງ ພວມກະກຽມສ້າງສະຖິຕິໃໝ່ເມື່ອຜ່ານຜ່າສະພາບການທີ່ຄ້າຍຄືກັນນີ້ໄປໄດ້ ເຊິ່ງໄດ້ແກ່ຍາວເປັນເວລາ 21 ວັນເມື່ອປີ 1996 ສະໄໝອະດີດປະທານາທິບໍດີ Bill Clinton.

ຕອບກັບ

ຂ່າວ/ບົດ​ອື່ນ