ປະທານາທິບໍດີອາເມລິກາຕອບສຳພາດກ່ຽວກັບຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວຂ້ອງເຖິງທະເລຕາເວັນອອກ

ປະທານາທິບໍດີອາເມລິກາຕອບສຳພາດກ່ຽວກັບຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວຂ້ອງເຖິງທະເລຕາເວັນອອກ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama
ພາບ:internet

(vovworld)-ວັນ​ທີ 1/8, ເມື່ອ​ຕອບ​ສຳ​ພາດ​ຕໍ່​ຫນັງ​ສື​ພິມ “Strait Times” ຂອງ​ສິງ​ກະ​ໂປ ກ່ຽວ​ກັບ​ຄະ​ດີ​ຮ້ອງ​ຟ້ອງ​ກ່ຽວ​ຂ້ອງ​ເຖິງ​​ບັນ​ຫາທະ​ເລ​ຕາ​ເວັນ​ອອກ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໃຫ້​ຮູ້​ວ່າ: ຟິ​ລີບ​ປີນ ໄດ້​​ປະ​ຕິ​ບັດ​ຄວາມມາ​ນະ​ພະ​ຍາ​ຍາມ​ຢ່າງຖືກ​ຕ້ອງ​ກັບ​ກົດ​ໝາຍ ແລະ ສັນ​ຕິ​ພາບ ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໃນການ​ເດີນ​ເຮືອ ກັບ​ຈີນ ຜ່ານ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ຢູ່ ລາ​ໄຮ ປະ​ເທດ ໂຮນ​ລັງ. ຕາມ​ທ່ານ Obama ແລ້ວ, ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ໄດ້​ຍົກ​ອອກ​ຄຳ​ຕັດ​ສິນ​ຢ່າງ​ຈະ​ແຈ້ງ ແລະ ມີ​ລັດ​ສະ​ນະ​ຜູ​ກ​​ມັດ​ດ້ານ​ນິ​ຕິ​ກຳ​ສຳ​ລັບ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ການ​ເດີນ​ເຮືອ​ທີ່​ກ່ຽ​ວ​ຂ້ອງ​ເຖິງ​ຈີນ ແລະ ຟິ​ລີບ​ປີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ຄຳ​ຕັດ​ສິນ​ນີ້​ຕ້ອງ​ໄດ້​ຮັບ​ຄວາມ​ເຄົາ​ລົບ.  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຢືນ​ຢັນວ່າ : ຍາມ​ໃດ ອາ​ເມ​ລິ​ກາ ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ໃນ​ບໍ່​ວ່າ​ການ​ກະ​ທຳ​ໃດ​ຂອງ​ຕົນ ລ້ວນ​ແຕ່​ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ ແລະ ການ​ເຂົ້າ​ຮ່ວມ​ຂອງ ອາ​ເມ​ລິ​ກາ ຢູ່ ອາ​ຊີ ບໍ່​ເລັ່ງ​ໃສ່​ປະ​ເທດ​ໃດ. ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ເລັ່ງ​ລັດ ຈີນ ແລະ ບັນ​ດາ​ປະ​ເທດ​ມີ​ຄວາມ​ຂັດ​ແຍ່ງ​ກັນ ພ້ອມ​ກັນຊຸກ​ຍູ້​ການ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ. ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ທຸກ​ປ​ະ​ເທດ ລ້ວນ​ແຕ່​ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ລວມ​ທັງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ນີ້ບໍ່​ແມ່ນ​ບັນ​ຫາ​ອາດ​ຈະ​ເລືອກ​ເຟັ້ນ. ເລື່ອງ​ເຄົາ​ລົບ​ກົດ​ໝາຍ​ແມ່ນ​ຜົນ​ປະ​ໂຫຍດ​ຂອງ ອາ​ເມ​ລິ​ກາ, ຈີນ ແລະ ໂລກ, ແມ່ນ​ພື້ນ​ຖານ​ຂອງ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຮັບ​ປະ​ກັນ​​ຄວາມວັດ​ທະ​ນາ​ຖາ​ວອນ ແລະ ການ​ພັດ​ທະ​ນາ​ໃຫ້​​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ລວມ​ທັງ​ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ