ປະທານາທິບໍດີອາເມລິການ ເລີ່ມໄປປະຕິບັດງານຢູ່ອາຟະລິກາ

ປະທານາທິບໍດີອາເມລິການ ເລີ່ມໄປປະຕິບັດງານຢູ່ອາຟະລິກາ - ảnh 1
(ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)

(vovworld) - ຕອນ​ບ່າຍ​ວັນ​ທີ 26/06, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​ອອກ​ຈາກ​ວໍ​ຊິງ​ເຕັນ, ​ເລີ່​ມຕົ້ນ​ການ​ໄປ​ປະຕິບັດ​ງານ​ທີ່​ແກ່​ຍາວ​ເປັນ​ເວລາ 8 ວັນຢູ່ອາ​ຟະ​ລິ​ກາ. ທ່ານ​ຮອງ​ທີ່​ປຶກສາດ້ານ​ປ້​ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ Ben Rhodes ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Obama ​ໄດ້​ສ່ອງ​ແສງ​ຄວາມ​ຮັບ​ຮູ້​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ ອາ​ຟະ​ລິ​ກາ ທີ່​ພວມ​ຄ່ອຍໆ​ກາຍ​ເປັນ​ໜຶ່ງ​ໃນ​ບັນດ​າ​ເຂດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ໂລກ ​ແລະ ​ແມ່ນ​ສະຖານ​ທີ່ ອາ​ເມ​ລິ​ກາ​ເພີ່ມ​ຄວາມ​ແຊກ​ແຊງ​ຢ່າງ​ແຮງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.  ທ່ານ​ເລຂາດ້ານ​ສື່​ມວນ​ຊົນ​ທຳນຽບຂາວ Jay Carney ​ໃຫ້​ຮູ້​ວ່າ ​ແຕ່​ວັນ​ທີ 26/06 – 03/07 ​ທ່ານ​ປະທານາທິບໍດີ Obama ຈະຢ້ຽມຢາມ Senegal, ອາ​ຟະ​ລິ​ກາ​ໃຕ້ ​ແລະ Tanzania. ​ເນື້ອ​ໃນ​ບັນດາ​ການ​​ເຈລະຈາ​ຂອງ​ທ່ານ​ປະທານາທິບໍດີ Obama ກັບບັນດາ​ການນຳ ອາ​ຟະລິ​ກາ ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ປຶກສາ​ຫາລື​ວິທີ​ການຊຸກຍູ້​ການ​ພົວພັນ​ລະຫວ່າງອາ​ເມ​ລິກາ ກັບບັນດາ​ປະ​ເທດ​ອາ​ຟະ​ລິ​ກາ ​ເວົ້າ​ສະ​ເພາະ ​ແລະ ຂອງ​ທົ່ວ​ທະວີບ​ເວົ້າ​ລວມ, ​ໃນ​ນັ້ນ​ການ​​ໜູນ​ຊ່ວຍ​ການ​ພັດທະນາ​ດ້ານ​ເສດຖະກິດ, ​ເພີ່ມ​ທະວີການ​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ... ​ແລະ ປັບປຸງ​ບັນດາລະບອບປະຊາທິປະ​ໄຕ​ເພື່ອ​ຜົນ​ປະ​​ໂຍຫດຂອງ​ອາ​ເມ​ລິ​ກາ ​ແລະ ກາ​ນນຳລຸ່ງຕ່າງ​ຂອງ​ອາ​ຟລິ​ກາ ໃນ​ອະ​ນາ​ຄົດ.
ຂ່າວ/ບົດ​ອື່ນ