ປະທານາທິບໍດີອາເມລິກາປະກາດຈົດໝາຍຂອງການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 12 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດຈົດໝາຍຂອງການນຳສປປ.ເກົາຫຼີ Kim Jong un, ໃນນັ້ນໄດ້ສະແດງໃຫ້ເຫັນຄວາມປະເອີບໃຈກ່ຽວກັບການພົວພັນ 2 ຝ່າຍໃນອະນາຄົດ.

ໃນຈົດໝາຍຂຽນເມື່ອວັນທີ 06 ກໍລະກົດ ເຊິ່ງທ່ານປະທານາທິບໍດີ Trump ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter, ການນຳ Kim Jong un ໄດ້ເອີ້ນການພົບປະຄັ້ງປະຫວັດສາດກັບທ່ານປະທານາທິບໍດີ Trump ເມື່ອວັນທີ 12 ມິຖຸນາ ຢູ່ສິງກະໂປ ວ່າແມ່ນ “ການເລີ່ມຕົ້ນໃຫ້ແກ່ການເດີນທາງມີຄວາມໝາຍຫຼາຍຢ່າງ”. ການນຳສປປ.ເກົາຫຼີ ກໍເຊື່ອໝັ້ນວ່າ “ຄວາມຕັດສິນໃຈຢ່າງແຮງ, ບັນດາຄວາມມານະພະຍາຍາມຢ່າງແທ້ຈິງ ແລະ ວິທີສຳພັດໜຶ່ງດຽວ” ຂອງທ່ານ ແລະ ທ່ານ Trump ແມ່ນເພື່ອແນໃສ່ “ເປີດອະນາຄົດໃໝ່ລະຫວ່າງສປປ.ເກົາຫຼີ ແລະ ອາເມລິກາ ແນ່ນອນວ່າຈະແຕກດອກອອກຜົນ”. ທ່ານຖືວ່າ, ບັນດາບາດກ້າວຄືບໜ້າສຳຄັນໃນການປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ - ອາເມລິກາ ຈະຊຸກຍູ້ການພົບປະຄັ້ງຕໍ່ໄປລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ