ປະທານາທິບໍດີອາເມລິກາພວມຊອກຫາວິທີເພື່ອຟື້ນຟູການເຄື່ອນໄຫວທັງໝົດຂອງກົງຈັກລັດຖະບານ

(VOVWORLD) -ພາກສ່ວນໜຶ່ງຂອງລັດຖະບານ ອາເມລິກາ ຖືກຢຸດຕິການເຄື່ອນໄຫວເປັນເວລາ 22 ວັນຢ່າງລຽນຕິດ, ເປັນຂີດໝາຍ “ປິດປະຕູ” ລັດຖະບານເປັນເວລາຍາວທີ່ສຸດໃນປະຫວັດສາດຂອງປະເທດນີ້.

ປະທານາທິບໍດີອາເມລິກາພວມຊອກຫາວິທີເພື່ອຟື້ນຟູການເຄື່ອນໄຫວທັງໝົດຂອງກົງຈັກລັດຖະບານ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: AFP/ TTXVN)

ໃນສະພາບການນັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາສັງກັດພັກປະຊາທິປະໄຕອີກຄັ້ງໜຶ່ງ ກ່ຽວກັບການເຈລະຈາຮ່າງກົດໝາຍກໍ່ສ້າງລະບົບກຳແພງຊາຍແດນ - ເຊິ່ງແມ່ນບັນຫາຫຼັກແຫຼ່ງທີ່ກໍ່ຄວາມຂາດສະຖຽນລະພາບລະຫວ່າງ 2 ຝ່າຍ ພາໄປເຖິງເລື່ອງ ມີຫຼາຍອົງການກະຊວງ, ຂະແໜງການຂອງອາເມລິກາ ຖືກຢຸດຕິຊົ່ວຄາວ ຍ້ອນງົບປະມານການເຄື່ອນໄຫວຖືກໝົດກຳນົດເວລາ ນັບແຕ່ວັນທີ 21 ທັນວາ 2018.

        ວັນທີ 10 ມັງກອນ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບ ເພື່ອຟື້ນຟູການເຄື່ອນໄຫວຂອງກະຊວງກະສິກຳ, ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາອົງການອື່ນໃນຄະນະລັດຖະບານ ເຊິ່ງເຄີຍຖືກປິດປະຕູເປັນເວລາເກືອບ 3 ອາທິດ ຍ້ອນບໍ່ມີງົບປະມານເພື່ອເຄື່ອນໄຫວ. ເຖິງຢ່າງໃດກໍ່ຕາມ, ສະພາສູງອາເມລິກາ ໂດຍພັກສາທາລະນະຄວບຄຸມບໍ່ສົນໃຈຕໍ່ບັນດາຮ່າງກົດໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ