ປະທານາທິບໍດີອາເມລິກາມີບັດສະໜັບສະໜູນຢ່າງພຽງພໍຢູ່ສະພາແຫ່ງຊາດເພື່ອຊຸກຍູຂໍ້ຕົກລົງນິວເຄຼຍອີຣານ

ປະທານາທິບໍດີອາເມລິກາມີບັດສະໜັບສະໜູນຢ່າງພຽງພໍຢູ່ສະພາແຫ່ງຊາດເພື່ອຊຸກຍູຂໍ້ຕົກລົງນິວເຄຼຍອີຣານ - ảnh 1
ທ່ານ​ປະທານາທິບ​ໍດີ​ອາ​ເມ​ລິ​ກາ Barack Obama
(ພາບປະກອບ: AFP/TTXVN)


(vovworld) – ​ວັນ​ທີ 02/09, ທ່ານ​ປະທານາທິບ​ໍດີ​ອາ​ເມ​ລິ​ກາ Barack Obama ​ຍາດ​ໄດ້ບັດ​ສະໜັບສະໜູນຢູ່​ສະພາ​ແຫ່ງ​ຊາດ​ຢ່າງ​ພຽງພໍ​​ ​ເພື່ອ​ຮັບປະກັນ​ຂໍ້​ຕົກລົງ​ນິວ​ເຄຼຍ ​ໂດຍ​ກຸ່ມ P5+1 (​ເຊິ່ງລວມມີ ອາ​ເມລິ​ກາ, ອັງກິດ, ​​​ຝລັ່ງ, ຈີນ ພ​້​ອມກັບ​ເຢຍລະ​ມັນ) ​ເຊິ່ງຫາ​ກໍບັນ​ລູ​ໄດ້​ກັບ​ອີຣານ ​ເມື່ອ​ກາງ​​ເດືອນ 07 ຜ່ານ​ມາ ຈະ​ມີ​ຜົນ​ສັກ​ສິກ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໄຊ​ຊະນະ​ສຳຄັນ​ຂອງ​ອຳ​ນາດ​ການ​ປົກຄອງ Obama ພາຍຫຼັງ​ການ​ຂົນ​ຂວາ​ຍ​ໃນ​ລະດູ​ແລງ​ຜ່ານ​ມາ. ບັນດາ​ຜູ້​ທີ່​ປຶກສາ​ຂອງ​ການ​ນຳ​ປະຊາ​ທິປະ​ໄຕ​ຢູ່​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ​ຄາດໝາຍ​ຕໍ່​ໄປ ຂອງ​ບັນດາ​ຜູ້​ສະໜັບສະໜູນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີຣານ ​ແມ່ນ​ຍາດ​​ໄດ້ ບັດ​ສະໜັບ​ສະ​ໜູນຢ່າງ​ໜ້ອຍ​ສຸດ 41 ບັດ ​ເພື່ອ​ສະກັດ​ກັ້ນ​ມະຕິ​ປະຕິ​ເສດຂໍ້​ຕົກລົງ​ໂດຍ​ຝ່າຍ ສາ​ທາ​ລະນະ​ສະ​ເໜີ. ​

ຂ່າວ/ບົດ​ອື່ນ