ປະທານາທິບໍດີອາເມລິກາລົງນາມໃນກົດໝາຍກ່ຽວກັບສິດເຈລະຈາໄວ

ປະທານາທິບໍດີອາເມລິກາລົງນາມໃນກົດໝາຍກ່ຽວກັບສິດເຈລະຈາໄວ - ảnh 1
(ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)

​(vovworld) - ວັນ​ທີ 29/06, ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​​ເຊັນກົດໝາຍ​ຊຸກຍູ້​ການ​ຄ້າ (TPA) ຫຼື​ເອີ້ນວ່າ​ສິດ​ເຈລະຈາ​ໄວ, ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກສະພາ​ສູງ ​ແລະ ສະພາ​ຕໍ່າ​ອາ​ເມ​ລິ​ກາ ໃນ​ອາທິດ​ກ່ອນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​​ເຊັນປະກາດ​ໃຊ້ກົດ​ໝາຍ, ທ່ານ​ປະທານ​າທິບ​ໍ​ດີ Barack Obama ​ເວົ້າ​ວ່າ TPA ຈະ​ປະກອບສ່ວນ​ຍູ້​​ໄວ​ວິວັດທະນາ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ (TPP) ກັບ 11 ປະ​ເທດ​ຄູ່​ຮ່ວມ​ມື. ​ແຕ່​ວ່າ, ຕາມ​ການ​ສັງ​ເກດ​ຂອງ​ທ່ານ Obama ​ແລ້ວ, ​ເຖິງ​ວ່າ​ມີ​ TPA ​ແລ້ວ​ກໍ່ຕາມ, ​ແຕ່ການ​ເຈລະຈາ​ກ່ຽວ​ກັບ TPP ຍັງບໍ່​ທັນ​ສິ້ນ​ສຸດ​​ໄວ​ໄດ້​ເທື່ອ ຍ້ອນ​ໃນ​ສະ​ເພາະ​ໜ້າ​ພວກ​ເຮົາ​ຍັງ​ມີ​ການ​ເຈລະຈາ​ທີ່​ຫຍຸ້ງຍາກຈຳນວນ​ໜຶ່ງ​.

      TPA ຈະ​ມີ​ຜົນ​ສັກ​ສິດ​ເຖິງ​ປີ 2021, ອະນຸຍາດ​ໃຫ້​​ປະທານາທິບໍ​ດີ Obama ​ແລະ ບັນດາ​ປະທານາທິບໍ​ດີ​ຄົນ​ໃໝ່ ມີ​ສິດ​ເຈລະຈາ​​ບັນດາ​ຂໍ້​ຕົກລົງ​ການ​ຄ້າ​ກັບ ຄູ່​ຮ່ວມ​ມືພາຍນອກ​ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ