ປະທານາທິບໍດີອາເມລິກາ,ລັດເຊຍພົບປະກັນນອກກອງປະຊຸມສຸດຍອດG – 20

 ປະທານາທິບໍດີອາເມລິກາ,ລັດເຊຍພົບປະກັນນອກກອງປະຊຸມສຸດຍອດG – 20 - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: EPA)

(vovworld) – ວັນ​ທີ 15/11 ​ໃນ​ການ​ພົບ​ປະຢູ່ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G – 20) ດຳ​ເນີນ​ຢູ່ Antalya ປະ​ເທດ ຕວກກີ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ເຫັນ​ດີ​​ເປັນ​ເອກະສັນ​ນຳ​ກັນວ່າ: ຕ້ອງ​ມີ​​ການ​ເຈລະຈາ​ຢ່າງ​ສັນຕິໂດຍ​ສະຫະ​ປະຊາ​ຊາດ​ອຸປະຖຳ ​ແລະ ມີຄຳ​ສັ່ງ​ຢຸ​ດຍິງ ​ເພື່ອ​ແກ້​ໄຂ​​ເສິກ​ການ​ເມືອງຢູ່ ຊີຣີ ​ທີ່ແກ່ຍາວ​ເປັນ​ເວລາ 5 ກ່ວາປີ​ຜ່ານ​ມາ. 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ເລື່ອງ​ຕ້ອງ​ມີ​ວິວັດທະນາ​ການມອບ​ສົ່ງສິດ​ອຳນາດ​ການ​ເມືອງ ​ໂດຍ​ຊາວ ຊີຣີ ​ເປັນ​ເຈົ້າ ​ແລະ ນຳພາ​ໂດຍ​ຜ່ານການ​ເຈລະຈາຢ່າງ​ສັນຕິລະຫວ່າງ​ອຳນາດ​ການ​ປົກຄອງ​ປະຈຸ​ບັນ ​ແລະ ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້ ດ້ວຍ​ການ​ເປັນ​ຄົນກາງ​​ໄກ່​ເກ່ຍຂອງ​ສະຫະ​ປະຊາ​ຊາດ. ການ​ນຳ 2 ທ່ານ​​ໄດ້​ປຶກສາ​ຫາລື​ດ້ວຍລັກສະນະສ້າງສັນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໃຫ້ການ​ປະ​ທະ​ກັຢູ່ ຊີຣີ. ບັນດາ​ຄາດໝາຍ​ຍຸດ​ທະ​ສາດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຕໍ່ສູ້​ຕ້ານອົງການ​ລັດ​ອິດສະລານ (IS) ອ້າງ​ຊື່​ເອງ ​ແມ່ນ​ຄື​ກັນ​ລະຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ ​ໂດຍ​ພື້ນຖານ, ​ແຕ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຍຸດທະວິທີ​ຂອງ​ແຕ່ລະ​ຝ່າຍ.

ຂ່າວ/ບົດ​ອື່ນ