ປະທານາທິບໍດີອາເມລິກາວິຈານບັນຫາສປປ.ເກົາຫຼີ,ລັດເຊຍ

(VOVWORLD) -ວັນທີ 23 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ອອກສຽງປະຕິເສດບັນດາຂໍ້ມູນຂ່າວກ່ຽວກັບຄວາມຫຍຸ້ງຍາກໃນການເຈລະຈາກັບສປປ.ເກົາຫຼີ, ພ້ອມທັງວິຈານກ່ຽວກັບການພົບປະຂັ້ນສຸດຍອດທີ່ຜ່ານມາກັບຄູ່ຕຳແໜ່ງລັດເຊຍ Vladimir Putin.

ປະທານາທິບໍດີອາເມລິກາວິຈານບັນຫາສປປ.ເກົາຫຼີ,ລັດເຊຍ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ໃນບົດໜຶ່ງທີ່ລົງໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ D.Trump ສະແດງໃຫ້ເຫັນຄວາມເພິ່ງພໍໃຈກັບບາດກ້າວໃນການເຈລະຈາກັບສປປ.ເກົາຫຼີ, ໂດຍຊີ້ແຈ້ງວ່າ: “ບໍ່ມີລູກສອນໄຟລູກໃດເຊິ່ງສປປ.ເກົາຫຼີ ຍິງໃນຮອບເວລາ 9 ເດືອນຜ່ານມາ ແລະ ບໍ່ມີການທົດລອງນິວເຄຼຍຄັ້ງໃດ. ເຖິງຢ່າງໃດກໍ່ຕາມ, ບັນດາຂ່າວຄາວປອມພວມເວົ້າວ່າ ຂ້າພະເຈົ້າພວມຄຽດແຄ້ນຍ້ອນບໍ່ບັນລຸໄດ້ບາດກ້າວ (ໃນການເຈລະຈາກັບສປປ.ເກົາຫຼີ) ຢ່າງໄວ. ນັ້ນແມ່ນຄວາມຜິດພາດ, ຂ້າພະເຈົ້າເຫັນວ່າມີຄວາມສຸກທີ່ສຸດ”.

        ໃນບົດອື່ນໆທີ່ລົງໃນວັນດຽວກັນ, ກໍ່ເຕື້ອງເຖິງການພົວພັນກັບລັດເຊຍ, ທ່ານປະທານາທິບໍດີ D.Trump ຖະແຫຼງວ່າ “ທ່ານບໍ່ປະນິປະນອມບໍ່ວ່າສິ່ງໃດ” ໃນການພົບປະຂັ້ນສຸດຍອດເມື່ອອາທິດກ່ອນກັບຄູ່ຕຳແໜ່ງລັດເຊຍ V.Putin. ທ່ານ D.Trump ຂຽນວ່າ “ພວກຂ້າພະເຈົ້າພຽງແຕ່ປຶກສາຫາລືກ່ຽວກັບຜົນປະໂຫຍດໃນອະນາຄົດຂອງທັງ 2 ປະເທດຢ່າງດຽວເທົ່ານັ້ນ”. ເຖິງຢ່າງໃດກໍ່ຕາມ, ການນຳອາເມລິກາ ກໍ່ບໍ່ເຕື້ອງເຖິງລາຍລະອຽດກ່ຽວກັບການເຈລະຈາສະເພາະລະຫວ່າງການນຳ 2 ປະເທດຢູ່ນະຄອນຫຼວງ Helsinki, ປະເທດແຟງລັງຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ