ປະທານາທິບໍດີອາເມລິກາສິ້ນສຸດການຢ້ຽມຢາມກຸຍບາຢ່າງເປັນທາງການ

ປະທານາທິບໍດີອາເມລິກາສິ້ນສຸດການຢ້ຽມຢາມກຸຍບາຢ່າງເປັນທາງການ - ảnh 1
ປະ​ມຸກ​ລັດ 2 ທ່ານ​ໄດ້​ມີ​​​ການ​ປະ​ຊຸມ​ຮ່ວມ​ກັນ​ຕໍ່​ສື່ມວນ​ຊົນ
(ພາບ: TTXVN)


(vovworld) - ​​​​ວັນ​ທີ 22/03, ທ່ານ​ປະ​ທານາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Jose Marti, ຢູ່​ນະ​ຄອນ​ຫຼວງ ລາ​ຮາ​ວານ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ກຸຍ​ບາ ​ໃນ​ເວ​ລາ 3 ວັນຢ່າງ​ເປັນ​ທາງ​ການ, ເຊິ່ງ​ໄດ້​ຮັບ​ການ​ສັງ​ເກດ​ໃນ​ວົງ​ກວ້າງ​ວ່າ​ມີ​ລັກ​ສະ​ນະ​ປະ​ຫ​ວັດ​ສາດ ໃນ​ປະ​​ຫວັດ​ການ​ພົວ​ພັນທີ່​ມີ​ສິ່ງ​ທ້າ​ທາ​ຍ​ຫຼາຍ​ຢ່າງລະ​ຫວ່າງ 2 ປະ​ເທດ. ໃນ​ໄລ​ຍະ​ຢ້ຽມ​ຢາມ​ກຸຍ​ບາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Barack Obama ໄ​ດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ເປັນ​ເວ​ລາ 2 ຊົ່ວ​ໂມງ ກັບ​ທ່ານ​ປະ​ທານ​ກຸຍ​ບາ Raul Castro ແລະ ຫຼັງ​ຈາກນັ້ນ, ປະ​ມຸກ​ລັດ 2 ທ່ານ​ໄດ້​ມີ​​​ການ​ປະ​ຊຸມ​ຮ່ວມ​ກັນ​ຕໍ່​ສື່ມວນ​ຊົນ ແລະ ໄດ້ເນັ້ນ​ໜັກ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ປັບ​ປຸງ​ການ​ພົວ​ພັນ ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມບໍ່​ລົງ​ລອຍ​ກັນອັນ​ເລິກ​ເຊິ່ງ​ທີ່ຍັງ​​ຄົງ​ຄ້າງ​ລະ​ຫວ່​າງ 2 ປະ​ເທດ. ທ່ານ Barack Obama ກໍ​ມີ​ບົດ​ກ່າວ​ປາ​ໄສ​ຕໍ່​ໜ້າ​ຜູ້​ຕາງ​ໜ້າ​ສັງ​ຄົມ​ພົນ​ລະ​ເມ​ືອງ​ຢູ່​ກຸຍບ​າ, ໃນ​ນັ້ນ​ຢືນ​ຢັນ​ວ່າ ​ປະ​ຊາ​ຊົ​ນ​ກຸຍ​ບາ ດ​້ວຍ​​ຄຸນ​ສົມ​ບັດ​ອັນ​ໂດ​ດ​ເດັ່ນ​ຂອງ​ຕົນ​ ໄດ້​ເ​ຮັດ​ໃຫ້​ວ​ໍ​ຊິງ​ຕັນ ​ຕັດ​ສິນປ່ຽນ​ແປງ​ນະ​ໂຍ​ບາຍ​ປິດ​ລ້ອມ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອງ​ຢູ່​ປະ​ເທດ​ເກາະ Caribe ນີ້​ໃນ​ຕະ​ຫຼອດກວ່າ​ເຄິ່ງ​​ສັດ​ຕະວັດ​ຜ່ານ​ມາ. ແລະ​ກໍ​ໃນ​ໂອ​ກາດນີ້, ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ກຸຍບ​າ ແລະ ອາ​ເມ​ລິ​ກາ ໄດ້​ລົງ​ນາມບົດ​ບັນ​ທຶກ​ຊ່ວຍ​ຈຳ 2 ສະ​ບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດທໍ​ລະ​ນີ​ສາດ - ​ອຸ​ທົກ​ກະ​ສາດ ແລະ ໃນ​ຂົງ​ເຂດ​ກະ​ສິ​ກຳ ພ້​ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ.

ຂ່າວ/ບົດ​ອື່ນ