ປະທານາທິບໍດີອາເມລິກາຫວັງວ່າຈະໄດ້ລົງນາມໃນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນໃນກາງເດືອນພະຈິກ

(VOVWORLD) -ທ່ານ D.Trump ກໍ່ໃຫ້ຮູ້ວ່າ, ບັນດາການເຮັດວຽກລະຫວ່າງອາເມລິກາ ແລະ ຈີນ ພວມດຳເນີນໄປດ້ວຍດີ.

ປະທານາທິບໍດີອາເມລິກາຫວັງວ່າຈະໄດ້ລົງນາມໃນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນໃນກາງເດືອນພະຈິກ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ:  AFP/TTXVN)

ວັນທີ 18 ຕຸລາ, ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານ ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ເຊິ່ງຈະດຳເນີນຢູ່ຈີເລ ໃນລະຫວ່າງວັນທີ 16 – 17 ພະຈິກ ແລະ ຫວັງວ່າ ຂໍ້ຕົກລົງດ້ານການຄ້າລະຫວ່າງ 2 ປະເທດຈະໄດ້ຮັບການລົງນາມ ເນື່ອງໃນໂອກາດນີ້. ທ່ານ D.Trump ກໍ່ໃຫ້ຮູ້ວ່າ, ບັນດາການເຮັດວຽກລະຫວ່າງອາເມລິກາ ແລະ ຈີນ ພວມດຳເນີນໄປດ້ວຍດີ.

        ໃນແຈ້ງການທີ່ກ່ຽວຂ້ອງ, ທຳນຽບຂາວໃຫ້ຮູ້ວ່າ, ຈີນ ໄດ້ເຫັນດີເພີ່ມປະລິມານຜະລິດຕະພັນກະເສດທີ່ຊື້ຂອງອາເມລິກາ ລວມມູນຄ່າຂຶ້ນເປັນ 50 ລ້ານ USD ໃນແຕ່ລະປີ ຕາມຂໍ້ຕົກລົງດ້ານການຄ້າໄລຍະທີ 1 ເຊິ່ງ 2 ປະເທດບັນລຸໄດ້ໃນອາທິດຜ່ານມາ, ເນື່ອງໃນໂອກາດການຢ້ຽມຢາມອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ.

ຕອບກັບ

ຂ່າວ/ບົດ​ອື່ນ