ປະທານາທິບໍດີອາເມລິກາອ່ານສານສະຫະລັດ

ປະທານາທິບໍດີອາເມລິກາອ່ານສານສະຫະລັດ - ảnh 1
ປະທານາທິບໍດີອາເມລິກາອ່ານສານສະຫະລັດ
(ພາບ: RT)

(vovworld) –​ ວັນ​ທີ 12/01, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ອ່ານ​ສານ​ສະ​ຫະ​ລັດ​ສຸດ​ທ້າຍ ໃນ​ຖາ​​ນະ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ຕາມ​ທ່ານຫົວ​ໜ້າ​ຫ້ອງ​ການ​ທຳ​ນຽບ​ຂາວ Denis McDonough ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ​ຈະ​​ສຸມ​ໃສ່​​ບັນ​ຫາ​ເສດ​ຖະ​ກິດ ໃນ 2 ອາ​ຍຸ​ການ​ຂອງ​ທ່ານ ກ​ໍ​ຄືການ​ຄັດເລືອກ​ຜູ້​ສືບ​ທອດ​​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ໃນ​ເດືອນ 01/2017. ກ່ອນ​ໜ້ານັ້ນ, ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ, ປະ​ທາ​ນາ​ທິ​ບໍ​ດີ Obama ໃຫ້​ຄຳ​ໝັ້​ນ​ສັນ​ຍາວ່າ ​ເນື້ອ​ໃນ​ໃນ​ສານ​ສະ​ຫະ​ລັດ​ສຸດ​ທ້າຍ​ໃນ​ຖາ​ນະ​ຄຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​​ມີ​ຄວາມແຕກ​ຕາງເມື່ອ​ທຽບ​ໃສ່​ສານ​ສະ​ຫະ​ລັດ​ກ່ອນ​ນັ້ນ. ​ແທນ​ທີ່​ຈະ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ທີ່ກ່ຽ​ວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ, ສານ​ສະ​ຫະ​ລັດ​ຈະ​ແມ່ນ​ການ​​ປຶ​ກ​ສາ​ຫາ​ລືຢ່າງກວ້າງ​ຂ​ວາງ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ທີ່​ປະ​ເທດຂອງ​ອາ​ເມ​ລິ​ກາ ​ຈະຕ້ອງ​ແກ້​ໄຂ.

ຂ່າວ/ບົດ​ອື່ນ