ປະທານາທິບໍດີອາເມລິກາຮຽກຮ້ອງມຸ່ງໄປເຖິງໜ່ວຍໂລກບໍ່ມີອາວຸດນິວເຄຼຍ

ປະທານາທິບໍດີອາເມລິກາຮຽກຮ້ອງມຸ່ງໄປເຖິງໜ່ວຍໂລກບໍ່ມີອາວຸດນິວເຄຼຍ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​
ຢ້ຽມຢາມ​ນະຄອນ Hiroshima ຍີ່ປຸ່ນ
(ພາບ: AP)

(vovworld) - ພາຍຫລັງ​ສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທ​​ດອຸດສາຫະກຳ​ພັດທະນາ (G7) ຢູ່​ແຂວງ Mie ຍີ່ປຸ່ນ, ວັນ​ທີ 27/05, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ລົງ​ຢ້ຽມຢາມ​ນະຄອນ Hiroshima ຍີ່ປຸ່ນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ປະທານາທິບໍດີ ອາ​ເມລິ​ກາ​ໄປຢ້ຽມຢາມນະຄອນ​ທີ່​ກອງທັບ ອາ​ເມ​ລິ​ກາ ​ໄດ້​ຖິ້ມ​ລະ​ເບີ​ດປະລະມານູ​​ໃນ​ສົງຄາມ​ໂລກ​ຄັ້ງທີ 2. ກ່າວ​ຄຳ​ເຫັນ​ທີ່​ພິທີ ດຳ​ເນີນ​ໄປ​ຢູ່​ສວນສາທາລະນະອາ​ໄລ​ຫາ​ສັນຕິພາບ Hiroshima, ທ່ານ​ປະທານາທິບໍດີ Barack Obama ​ ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ມຸ່ງ​​ໄປ​ເຖິງ​ໜ່ວຍ​ໂລກ​ບໍ່ມີ​ອາວຸດ​ນິວ​ເຄຼຍ. ກາ​ນນຳ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ບັນດາ​ປະ​​ເທດທີ່​ມີ​ສາງ​ອາວຸດ​ນິວ​ເຄຼຍຕ້ອງມຸ່ງ​ໄປ​ເຖິງໂລກ​ແຫ່ງປອດ​ນິວ​ເຄຼຍ. ທ່ານ​ກໍ່​​ໄດ້ຢັ້ງຢືນວ່າ​ໂລກ​ຕ້ອງມີ​ຄວາມ​ຮັບຜິດຊອບ​ລວ​ມ ​ເພື່ອ​ສະ​ກັກ​ກັ້ນບໍ່​ໃຫ້​ເກີດ ສິ່ງ​ທີ່​ຄ້າຍຄື​ກັນຢູ່ Hiroshima ກ່ອນ​ນີ້ 70 ປີ, ພ້ອມ​ກັນ​ນັ້ນ ກໍ່​ຖື​ວ່າ: ຄວາມ​ສຳນຶກ​ໃນ​ວັນ​ທີ 06/08/1945 ​ເຊິ່ງ​ແມ່ນ​ວັນ ອາ​ເມ​ລິ​ກາ ຖິ້ມ ລະ​ເບີດ​ປະລະມານູ​ລົງ​​ນະຄອນ​ນີ້, “ບໍ່​ສາມາດ​ຫລົງ​ລື່ມ​ໄດ້”. ຕາມ​ທ່ານ​ປະທານາທິບໍດີ Obama ​ ​ແລ້ວ, ​ເຖິງ​ວ່າ​ມີຄວາມ​ກ້າວ​ໜ້າດ້ານ​ເຕັກນິກ ​ແຕ່ບໍ່​ມີ​ຄວາມ​ກ້າວໜ້າ​ກ່ຽວ​ກັບ​ສະຕິ​ຄວາມ​ຮູ້​ອັນ​ອາດ​ຈະ​ພາ​ໄປ​ເຖິງ​ການ​ທຳລາຍ​ມະນຸ​ດ. ທ່ານ​ກໍ່​ຖື​ວ່າ: ການ​ປະຕິວັດ​ດ້ານ​ວິທະຍາສາດ​ຕ້ອງ​ໄປຄຽງ​ຄູ່​ກັບ​ການ​ປະຕິວັດ​ຄຸນສົມບັດ.

ຂ່າວ/ບົດ​ອື່ນ