ປະທານາທິບໍດີອາເມລິກາເຊື້ອເຊີນການນຳສປປ.ເກົາຫຼີໄປເຖິງເຂດປອດການທະຫານຢູ່ສ.ເກົາຫຼີ

(VOVWORLD) -ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຢາກພົບປະກັບການນຳສປປ.ເກົາຫຼີ Kim Jong un ຢູ່ເຂດປອດການທະຫານ (DMZ) ຢູ່ບໍລິເວນຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ໃນແຈ້ງການທີ່ເອົາລົງໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ D.Trump ຂຽນວ່າ: “ພາຍຫຼັງການພົບປະສຳຄັນ 2 ຄັ້ງ, ລວມທັງການພົບປະກັບປະທານປະເທດຈີນ, ຂ້າພະເຈົ້າຈະອອກຈາກຍີ່ປຸ່ນ ເດີນທາງໄປສ.ເກົາຫຼີ. ໃນເວລາຢູ່ຢ້ຽມຢາມນັ້ນ, ຖ້າຫາກການນຳສປປ.ເກົາຫຼີ ອ່ານແຈ້ງການດັ່ງກ່າວ, ຂ້າພະເຈົ້າຫວັງວ່າຈະໄດ້ພົບປະກັບລາວຢູ່ເຂດປອດການທະຫານ ເຊິ່ງນອນຢູ່ບໍລິເວນຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເພື່ອຈັບມືກັນ ແລະ ສົ່ງຄຳທັກທາຍສະບາຍດີກັນ”.

        ຄຳສະເໜີດັ່ງກ່າວຖືກຍົກອອກມາໂດຍບັງເອີນ ໃນຈຸດເວລາທີວິວັດການເຈລະຈາປອດນິວເຄຼຍລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ຖືກຢຸດສະງັກ ນັບແຕ່ພາຍຫຼັງກອງປະຊຸມຍຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ສິ້ນສຸດລົງ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ