ປະທານາທິບໍດີອາເມລິກາເລີ່ມໄປປະຕິບັດງານຢູ່ອາຟລິກາ

ປະທານາທິບໍດີອາເມລິກາເລີ່ມໄປປະຕິບັດງານຢູ່ອາຟລິກາ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບອີນເຕີແນັດ)


​​(vovworld) - ວັນ​ທີ 23/07, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ວໍ​ຊິງ​ຕັນ, ​ເລີ່​ມຕົ້ນ​ການ​ໄປ​ປະຕິບັດ​ງານ​ຢູ່ 2 ປະ​ເທດ​ອາ​ຟລິກາ ​ແມ່ນ Kenya ​ແລະ Ethiopia, ພ້ອມ​ທັງ​ຢ້ຽມຢາມ​ສຳນັກງານ​ຂອງ​ສະຫະພາບ​ອາ​ຟລິ​ກາ (AU). ນີ​້ແມ່ນການ​ຢ້ຽມຢາມ​ຄັ້ງ​ທີ 4 ຂອງ​ທ່ານ Obama ​ເຖິງ​ທະວີບ​ນີ້ ນັບ​ແຕ່​ທ່ານ​ດ​ຳລົງ​ຕຳ​ແໜ່​ງປະທານາທິບໍດີ​ເມື່ອ​ປີ 2009. ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ເດີນທາງ​ອອກ​ຈາກ ວໍ​ຊິງ​ຕັນ, ທ່ານ​ປະທານາທິບໍ​ດີ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ທ່ານ​ມີ​ຄວາມ​ຕື້ນ​ຕັນ​ໃຈ​​ເມື່ອ​ກັບ​ເມືອ​ທະ​ວີ​ບບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ຢູ່​ທີ່​ນັ້ນ​ມີ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການພັດທະນາ ​ແລະ​ ການຮ່ວມ​ມື​. ທ່ານ Obama ຖື​ວ່າ, ​ເຖິງ​ວ່າ​ຍັງ​ມີ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ດ້ວຍ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ ​ແລະ ການພັດທະນາ​ຢ່າງ​ວ່ອງ​ໄວ, ອາ​ຟລິ​ກາ “ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກາຍ​ເປັນ​​​ແຫ່ງ​​​ພັດທະນາ​ເສດຖະກິດ​ທົ່ວ​ໂລກ ​ໃນ​ຕໍ່ໜ້າ.”

ຂ່າວ/ບົດ​ອື່ນ