ປະທານາທິບໍດີອາເມລິກາແຕ່ງຕັ້ງທູດພິເສດໃໝ່ຢູ່ຊີຣີ

ປະທານາທິບໍດີອາເມລິກາແຕ່ງຕັ້ງທູດພິເສດໃໝ່ຢູ່ຊີຣີ - ảnh 1
ທ່ານ Michael Ratney
(ພາບປະກອບ: AFP)


​​(vovworld) - ວັນ​ທີ 27/07, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ແຕ່ງ​ຕັ້ງ​ນັກ​ການ​ທູດອາວຸ​​ໂສ Michael Ratney ​ເປັນທູດ​ພິ​ເສດປະຈຳ​ຊີຣີ, ​ແທນ​ໃຫ້​ທ່ານ Daniel Rubinstein ຫາ​ກໍຮັບ​ແຕ່ງ​ຕັ້ງ​ເປັນເອກ​ອັກຄະ​ລັດຖະທູດ​ຄົນ​​ໃໝ່ປະຈຳ Tunisia. ນີ້​ແມ່ນ​ຄັ້ງ​ທີ 3 ທີ່ທຳ​ນຽບຂາວ​ແຕ່ງ​ຕັ້ງ​ຕຳ​ແໜ່​ງດັ່ງກ່າວ ​ໃນຮອບ​​ເວລາ​ 4 ປີ​ທີ່​ປະ​ເທດຕາ​ເວັນ​ອອກ​ກາງນີ້​ຖືກ​ຕົກ​​​ເຂົ້າ​ສະພາບ​ປະ​ທະ​ກັນ. ​ໃນຄຳ​ຖະ​ແຫຼ​ງໜຶ່ງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ, ຖ້າ​ຫາກ​ຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ທ່ານ​ປະທານາທິບໍ​ດີ Obama ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ, ທ່ານ Ratney ຈະ​ສືບ​ຕໍ່​ຮັກສາ​ໜ້າ​ທີ່​ສຳຄັນ​ຂອງທ່ານ Daniel Rubinstein ​ໃນ​ການ​ກຳນົດ​​ນະ​ໂຍບາຍ​ຂອງ​ວໍ​ຊິງ​ຕັນ ສຳລັບ​ວິ​ກິດ​ການ​ຢູ່​ຊີຣີ. ທ່ານ Kerry ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ​ ຄືນ​ໃໝ່ ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ກໍ່​ການ​ຮ້າຍ, ສະໜັບສະໜູນ​ກຳລັງ​ເຊິ່ງອາ​ເມ​ລິ​ກາ​ ຖືກ​ວ່າ “ຄ່ຽ​ມຄົມ” ຢູ່​ຊີຣີ ​ແລະ ​ແກ້​ໄຂ​ວິ​ກິດ​ການ​ມະນຸດສະທຳ ພ້ອມ​ກັບການ​ກະທົບ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ປະ​ເທດຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຊີຣີ.

ຂ່າວ/ບົດ​ອື່ນ