ປະທານາທິບໍດີອາເມລິກາແລະສ.ເກົາຫຼີປຶກສາຫາລືກ່ຽວກັບແງ່ຫວັງເຈລະຈາກັບສປປ.ເກົາຫຼີ

(VOVWORLD) -ໂຄສົກຂອງທຳນຽບປະທານາທິບໍດີສ.ເກົາຫຼີ Kim Eui kyeom ໃຫ້ຮູ້ວ່າ,  ໃນການໂອ້ລົມທາງໂທລະສັບໃນວັນທີ 04 ກັນຍາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ຄູ່ຕຳແໜ່ງອາເມລິກາ Donald Trump ໄດ້ປຶກສາຫາລືກ່ຽວກັບແງ່ຫວັງການເຈລະຈາກັບສປປ.ເກົາຫຼີ.

ປະທານາທິບໍດີອາເມລິກາແລະສ.ເກົາຫຼີປຶກສາຫາລືກ່ຽວກັບແງ່ຫວັງເຈລະຈາກັບສປປ.ເກົາຫຼີ - ảnh 1ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ຄູ່ຕຳແໜ່ງອາເມລິກາ Donald Trump 

ໂອ້ລົມທາງໂທລະສັບ

(ພາບປະກອບ: Yonhap)

ກ່າວຄຳເຫັນທີ່ກອງຊຸມນັດສາມັນ, ທ່ານໂຄສົກ Kim Eui kyeom ຊີ້ແຈ້ງວ່າ, ທ່ານປະທານາທິບໍດີ Moon Jae in ໄດ້ປຶກສາຫາລືລາຍລະອຽດກັບທ່ານ D.Trump ກ່ຽວກັບແຜນການຈັດສົ່ງຄະນະຜູ້ແທນສ.ເກົາຫຼີ ໂດຍທູດພິເສດນຳໜ້າໄປສປປ.ເກົາຫຼີ ເພື່ອແນໃສ່ກະກຽມໃຫ້ແກ່ການເຈລະຈາຂັ້ນສູງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ພ້ອມທັງປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອບັນລຸໄດ້ສັນຕິພາບຢ່າງຍາວນານໃນແຫຼມເກົາຫຼີ ຜ່ານວິວັດການປອດນິວເຄຼຍຢ່າງສິ້ນເຊີງ. ທ່ານປະທານາທິບໍດີ D.Trump ໄດ້ສະແດງຄວາມຫວັງຢ່າງຈິງໃຈກ່ຽວກັບຜົນສຳເລັດຂອງຄະນະຜູ້ແທນ ກໍຄືຮຽກຮ້ອງໄດ້ຮັບແຈ້ງການກ່ຽວກັບໝາກຜົນການເຈລະຈາ.

        ນອກນັ້ນ, ການນຳ 2 ທ່ານກໍ່ເຫັນດີຈະພົບປະກັນຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ທີ່ຈະມາເຖິງ, ເຊິ່ງຈະໄດ້ດຳເນີນຢູ່ນະຄອນນິວຢອກ, ປະເທດອາເມລິກາ ເພື່ອແນໃສ່ພັດທະນາຍຸດທະສາດຮ່ວມມືໃນບັນດາບັນຫາທີ່ກ່ຽວຂ້ອງເຖິງສປປ.ເກົາຫຼີ ໃຫ້ດີກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ