ປະທານາທິບໍດີອາເມລິກາແລະອີຣານຍົກອອກຖະແຫຼງການກົງກັນຂ້າມກ່ຽວກັບຄຳສັ່ງຂວ້ຳບາດ

(VOVWORLD) -ວັນທີ 27 ກັນຍາ, ທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ, ອາເມລິກາ ໄດ້ສະເໜີຍົກເລີກຄຳສັ່ງຂວ້ຳບາດທັງໝົດສຳລັບປະເທດນີ້ ເພື່ອແລກເອົາບັນດາການເຈລະຈາ

ປະທານາທິບໍດີອາເມລິກາແລະອີຣານຍົກອອກຖະແຫຼງການກົງກັນຂ້າມກ່ຽວກັບຄຳສັ່ງຂວ້ຳບາດ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ: THX/TTXVN)

ແຕ່ ເຕເຮຣານ ຍັງບໍ່ທັນເຫັນດີຕໍ່ຂໍ້ສະເໜີດັ່ງກ່າວຍ້ອນຄວາມເຄັ່ງຕຶງໃນປະຈຸບັນ. ການນຳອີຣານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ໃນຂະນະທີ່ພວມກັບເມືອປະເທດ ພາຍຫຼັງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 74 ຢູ່ນິວຢອກ, ປະເທດອາເມລິກາ. ທ່ານປະທານາທິບໍດີ Hassan Rouhani ໃຫ້ຮູ້ວ່າ, ຢູ່ນິວຢອກ, ທ່ານໄດ້ພົບປະກັບບັນດາເຈົ້າໜ້າທີ່ອາເມລິກາ ຕາມຂໍ້ສະເໜີຂອງການນຳເຢຍລະມັນ, ອັງກິດ ແລະ ຝລັ່ງ. ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ປະຕິເສດຂໍ້ສະເໜີຂອງເຕເຮຣານ ກ່ຽວກັບການຍົກເລີກບັນດາຄຳສັ່ງລົງໂທດເພື່ອແລກເອົາການເຈລະຈາ. ຄຳຖະແຫຼງຂອງການນຳອາເມລິກາ ໄປຝືນກັບແຈ້ງການກ່ອນໜ້ານັ້ນໃນວັນດຽວກັນຂອງປະທານາທິບໍດີອີຣານ ຢ່າງສິ້ນເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ